ຂ່າວ

ຫຼຸດນ້ຳໜັກ 5 ກິໂລ ພາຍໃນໜຶ່ງເດືອນ ດ້ວຍການຍ່າງ!!!

ໄດ້ຖືກສ້າງຂື້ນວັນທີ

ຫຼາຍຄົນຄົງຢາກຮູ້ແລ້ວວ່າຍ່າງແນວໃດເຮັດໃຫ້ນໍ້າໜັກລົງຮອດປານນັ້ນ ຮັກມີແຜນມີເຄັດລັບດີດີມາໃຫ້ຮູ້ ພຽງແຕ່ປະຕິບັດ 3 ເທັກນິກນີ້ 1, ຍ່າງໃຫ້ໄວຂື້ນ: ປ່ຽນພຶດຕິກຳຕົນເອງໃຫ້ເຄື່ອນໄຫວຕົວເອງຕະຫຼອດເວລາ ໂດຍການຍ່າງ ເຊິ່ງການຍ່າງແຕ່ລະເທື່ອແມ່ນໃຫ້ເລັ່ງຄວາມໄວເພື່ອໃຫ້ເລັ່ງອັດຕາການເຕັ້ນຫົວໃຈ ເຮັດໃຫ້ລະບົບເຜົາຜານເຮັດວຽກດີຂື້ນ2, ຍ່າງໃຫ້ໄດ້ຢ່າງໜ້ອຍ 30 ນາທີຕໍ່ມື້: ຫາກໃຜທີ່ເຮັດວຽກບໍ່ໄກບ້ານຫຼາຍກໍສາມາດຍ່າງໄປວຽກໄດ້ ຫຼື ປ່ຽນຈາກການໃຊ້ລິບ ຫຼື ຂັ້ນໄດເລື່ອນ ມາເປັນຍ່າງຂື້ນ-ລົງແທນ. ທ່ານສາມາດຫາເວລໃນຕອນເຊົ້າ ຫຼື ຫຼັງເລີກຮຽນ ເລີກວຽກ ໄປຍ່າງ ຕາມສວນສາທາລະນະ ຫຼື ໜ້າບ້ານໄດ້,3. ປະຕິບັດເປັນປະຈຳ ແລະ ສະໝໍ່າສະເໝີ ການມີວິໄນກັບຕົນເອງເປັນສິ່ງທີ່ສຳຄັນທີ່ຈະເຮັດໃຫ້ເປົ້າໝາຍຂອງເຮໄາໃນແຕ່ລະອັນສຳເລັດ ແລະ ເກີດຜົນລອງໄປປະຕິບັດກັນເບິ່ງເດີ້ ຮັບຮອງວ່າຫາກທ່ານມີວິໄນກັບຕົວເອງ ແລະ ລະມັດລະວັງກ່ຽວກັບອາຫານການກິນຄວບຄູ່ໄປນຳຮັບຮອງເລີຍວ່າ ທ່ານຈະນໍ້າໜັກຫຼຸດລົງແນ່ນອນ ຂອບໃຈຂໍ້ມູນຈາກ: www.akerufeed.com ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້

ຄຽດເກີນໄປຈະເກີດຫຍັງຂຶ້ນ?(ມີຄຳຕອບ)

ໄດ້ຖືກສ້າງຂື້ນວັນທີ

ເສັ້ນຜົມ: ຜົມຈະຫຼົ່ນ ເຊິ່ງຄວາມຄຽດຈະເຊື່ອມໂຍງກັບເທສທອສເຕີໂຣນທີ່ເພີ່ມຂື້ນ ປາກ: ປາກຈະແຫ້ງ ເພາະລະບົບປະສາດການຄວບຄຸມລົດການຜະລິດນ້ຳລາຍເພື່ອໃຫ້ເຮົາບໍ່ຮູ້ສຶກຢາກໃນລະວ່າງທີ່ຄຽດ ຕົກໃຈ ປອດ: ຫຼອດລົມຈະຂະຫຍາຍເພາະສະນັ້ນເຮົາຈະຫາຍໃຈໄວ ເພື່ອຮັບເອົາອາກາດເຂົ້າປອດ ຮັງໄຂ່: ຜູ້ຍິງຈະຫຍຸດຜະລິດໄຂ່ເພາະຮໍໂມນບໍ່ສົມດູນກັບຮ່າງກາຍ ຕັດສິນວ່າຈະບໍ່ເຫມາະໃນການສືບພັນເພາະຮ່າງກາຍຍັງຢູ່ໃນສະຖານະການເຄັ່ງຄຽ ກະດູກ: ກະດູກບາງລົງເພາະຮໍໂມນຄວາມຄຽດເປັນສາເຫດໃຫ້ແຄລຊຽມຜ່ານຈາກ bone matrix ໄປຍັງເລືອດ ຫົວໃຈ: ເຕັ້ນໄວ ເພື່ອກຽມຮັບການຕໍ່ສູ້ ຫຼື ປະຕິກິລິຍາຕື່ນໂຕ ມີຄວາມສ່ຽງເພີ້ມຂື້ນທີ່ຈະເຮັດໃຫ້ຫົວໃຈວາຍເພາະເລືອດເຂັ້ມຂຸ້ນ ທ້ອງ: ບໍ່ຢາກອາຫານທ້ອງນ້ອຍລົງ ກະເພາະຫົດໂຕເຂົ້າ ເຮັດໃຫ້ເກີດການຫົດໂຕຂອງລຳໄສ້ຕາມປົກກະຕິ ຈະເຮັດໃຫ້ຖອກທ້ອງ ຜິວໜັງ​: ເລີ່ມມີເຫື່ອອອກເພື່ອລຸດອາການຮ້ອນຂອງຜິວໜັງ ເຊິ່ງອາດຈະເຮັດໃຫ້ເກີດສິວແລະມີບັນຫາຜິວໜັງ ເພາະຄວາມຄຽດສົ່ງຜົນຕໍ່ລະບົບພູມຄຸ້ມກັນ ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ #ຖາມເອື້ອຍໄດ້

ລືມກິນຢາຄຸມກຳເນີດ ຈະເຮັດແນວໃດ? (ມີຄຳຕອບ)

ໄດ້ຖືກສ້າງຂື້ນວັນທີ

ຖ້າລືມ ຕ້ອງເຮັດແນວໃດ❓ 😱😱😱ການກິນຢາເມັດຄຸມກຳເນີດຈຳເປັນຕ້ອງໄດ້ກິນທຸກມື້ ມື້ລະ 1 ເມັດ ແຕ່ບາງເທື່ອເຮົາກໍຍັງມີຫຼົງ ມີລືມ ມື້ນີ້ເລີຍຈະມາບອກໃຫ້ຮູ້ຫາກທ່ານລືມກິນແລ້ວຈະຕ້ອງເຮັດແນວໃດ ❓ ເຮົາມາຮູ້ນຳກັນໂດຍການເຂົ້າເບິ່ງຄຳຕອບຕາມ Link ລຸ່ມນີ້ໄດ້ເລີຍ: ຄຳຕອບ: https://hukmiplan.com/faq/#5 ___________ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617  #ຮັກມີແຜນ #ຖາມເອື້ອຍໄດ້ #ການຄູມກຳເນີດ #ການວາງແຜນຄອບຄົວ

ໜ້າກາກອັດປາກທີ່ສາມາດປ້ອງກັນ ແລະ ບໍ່ປ້ອງກັນ “ໄວຣັສ ໂຄໂຣນ່າ”

ໄດ້ຖືກສ້າງຂື້ນວັນທີ

ແຊຮເກັບໄວ້ ເພື່ອເຕືອນຄົນອ້ອມຂ້າງ ແລະ ແນະນຳໃຫ້ໃສ່ໜ້າກາກອັດປາກ(Mask)ເພື່ອປ້ອງກັນຕົວເອງທຸກຄັ້ງກ່ອນອອກຈາກບ້ານ! ຊ່ວງນີ້ ເຊື້ອພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນ ຊ່ວງນີ້ພໍດີພໍດີກຸດ ມີນັກສຶກສາທີ່ໄປຮຽນຢູ່ຈີນກໍໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ສປປ ລາວກໍ່ເຊັ່ນດຽວກັນຕ້ອງມີຄວາມລະມັດລະວັງເປັນພິເສດ.ແນວໃດກໍ່ດີກຸ່ມທີ່ມີຄວາມສ່ຽງຫຼາຍສຸດກໍ່ຄື ຜູ້ທີ່ຫາກໍເດີນທາງມາແຕ່ຈີນ, ເຮັດວຽກ, ພົວພັນ, ໃກ້ຊິດກັບຄົນ ຈີນທີ່ຫາກໍເຂົ້າມາລາວ ຖ້າຢູ່ໃນກຸ່ມຄົນເຫຼົ່ານີ້ແລະມີອາການເປັນຫວັດເປັນໄອ ຄວນແຈ້ງເຈົ້າຫນ້າທີ່ສາທາລະນະສຸກ ເພື່ອຈະໄດ້ກວດສອບລະອຽດ ແລະກັກກັນເຊື້ອ ຢ່າຢ້ານທີ່ຈະບອກ ເພາະການບໍ່ບອກ ຫມໍຈະຄຶດວ່າເປັນຫວັດເປັນໄອທົ່ວໄປ ແລ້ວຈະບໍ່ຖືກກວດສອບຢ່າງລະອຽດ ແຖມກັບໄປແຜ່ເຊື້ອໃຫ້ຄົນອື່ນຕໍ່ອີກ ອາການຂອງພະຍາດປອດອັກເສບສາຍພັນໃໝ່ ຈະສະແດງອອກຄື: ເປັນໄຂ້, ຮູ້ສຶກອ່ອນເພຍ, ຄໍແຫບ ແລະໄອ ຖ້າທ່ານມີອາການເຫຼົ່ານີ້ບໍ່ໃຫ້ຊື້ຢາມາກິນເອງໃນໄລຍະນີ້ຕ້ອງກວດເຊັກຄວາມປອດໄພໄວ້ກ່ອນກໍ່ຄືຮີບໄປໂຮງໝໍເພື່ອກວດຫາເຊື້ອພະຍາດທີ່ແທ້ຈີງ. ສຳລັບວິທີປ້ອງກັນຕອນນີ້ດີສຸດຄື ໃຫ້ໃສ່່ຜ້າອັດປາກ, ໝັ່ນລ້າງມື ແລະ ບໍ່ຄວນໄປບ່ອນທີ່ມີຄົນແອອັດ – ໜ້າກາກອັດປາກທີ່ບໍ່ສາມາດປ້ອງກັນ – ໜ້າກາກອັດປາກທີ່ສາມາດປ້ອງກັນໄດ້ ຂອບໃຈຂໍ້ມູນຈາກ: https://thestandard.co/which-mask-protects-corona-virus/

ຄົນລາວບໍ່ຟ້າວແຕກຕື່ນ!!! ໃຫ້ຕິດຕາມຂ່າວຢ່າງມີສະຕິ(ມີຄຣິບ)

ໄດ້ຖືກສ້າງຂື້ນວັນທີ

ຄົນລາວບໍ່ຟ້າວແຕກຕື່ນ!!!ມາຟັງ ທ່ານ ລັດຖະມົນຕີ ກະຊວງສາທາລະສຸກ ຖະແຫຼງຂ່າວ ກ່ຽວກັບການແຜ່ລະບາດຂອງພະຍາດ ໄວຣັດ ປອດອັກເສບ ສາຍພັນໃຫມ່ ທີ່ກຳລັງລະບາດໜັກຢູ່ ສປ ຈີນ ແລະ ປະເທດລາວກໍເປັນປະເທດທີສ່ຽງທີ່ຈະ ຕິດເຊື້ອພະຍາດໄວຣັສດັ່ງກ່າວ ວິດີໂອຂໍ້ມູນເພີ່ມຕື່ມທີ່ລິ້ງນີ້: https://www.facebook.com/targetmagazinelaos/videos/610731146167863/ ຂອບໃຈວິດີໂອຈາກ: TARGET Magazine

ຮູ້ທັນ! ອາການ ແລະ ກຸ່ມສ່ຽງ ຂອງຜູ້ທີ່ຕິດພະຍາດໄວຣັສ ສາຍພັນໃໝ່

ໄດ້ຖືກສ້າງຂື້ນວັນທີ

ເຊື້ອພະຍາດໄວຣັສສາຍພັນໃໝ່ Novel Corona Virus NCOV ທີ່ເກີດຈາກການອັກເສບປອດ ປະຈຸບັນມີຢືນຢັນແລ້ວວ່າມີຜູ້ປ່ວຍຈາກພາຍນອກ ສປ ຈີນ ຈຳນວນ 4 ຄົນໃນນັ້ນ ຢູ່ປະເທດໄທ 2 ຄົນ, ສ.ເກົາຫຼີ ແລະຍີ່ຢຸ່ນປະເທດລະ 1 ຄົນ ສ່ວນພາຍໃນປະເທດຈີນເອງ ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ 300 ກວ່າຄົນຢືນຢັນວ່າເປັນພະຍາດດັ່ງກ່າວ ພ້ອມນີ້ຍັງມີກໍລະນີສົງໄສ 180 ຄົນ ທີ່ຕ້ອງຕິດຕາມອາການຢ່າງໃກ້ຊິດ ດັ່ງນັ້ນ ເຮົາຈິ່ງຄວນຮູ້ວ່າ ໃຜທີ່ກຳລັງຢູ່ໃນກຸ່ມສ່ຽງ ແລະອາການແບບໃດທີ່ເປັນພະຍາດນີ້ ລວມເຖິງວິທີປ້ອງກັນໂດຍ ພື້ນຖານ.ເຊື້ອພະຍາດຊະນິດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນ ຊ່ວງນີ້ພໍດີພໍດີກຸດ ມີນັກສຶກສາທີ່ໄປຮຽນຢູ່ຈີນກໍໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ສປປ ລາວກໍ່ເຊັ່ນດຽວກັນຕ້ອງມີຄວາມລະມັດລະວັງເປັນພິເສດ.ແນວໃດກໍ່ດີກຸ່ມທີ່ມີຄວາມສ່ຽງຫຼາຍສຸດກໍ່ຄື ຜູ້ທີ່ຫາກໍເດີນທາງມາແຕ່ຈີນ, ເຮັດວຽກ, ພົວພັນ, ໃກ້ຊິດກັບຄົນ ຈີນທີ່ຫາກໍເຂົ້າມາລາວ ຖ້າຢູ່ໃນກຸ່ມຄົນເຫຼົ່ານີ້ແລະມີອາການເປັນຫວັດເປັນໄອ ຄວນແຈ້ງເຈົ້າຫນ້າທີ່ສາທາລະນະສຸກ ເພື່ອຈະໄດ້ກວດສອບລະອຽດ ແລະກັກກັນເຊື້ອ ຢ່າຢ້ານທີ່ຈະບອກ ເພາະການບໍ່ບອກ ຫມໍຈະຄຶດວ່າເປັນຫວັດເປັນໄອທົ່ວໄປ […]

ເຕືອນ!!! ໃຫ້ລະວັງ ຝຸ່ນ PM 2.5 ຢູ່ນະຄອນຫຼວງ ວຽງຈັນ ເກີນຄ່າມາດຕະຖານ ທີ່ 50 US AQI.

ໄດ້ຖືກສ້າງຂື້ນວັນທີ

ປັດຈຸບັນ ບັນຫາຝຸ່ນລະອອງເປັນພິດ ຫຼືທີ່ເອີ້ນກັນວ່າ “ຝຸ່ນ PM 2.5” ທົ່ວພື້ນທີ່ນະຄອນຫຼວງວຽງຈັນ ກາຍເປັນອີກໜື່ງບັນຫາທີ່ຫຼີກລ່ຽງໄດ້ຍາກ ແຕ່ກໍຍັງມີອີກຫຼາຍຄົນທີ່ເຂົ້າໃຈຜິດວ່າ ທ້ອງຟ້າທີ່ເຫັນໃນຕອນເຊົ້າເກີດຈາກຄວັນ ທັງໆ ທີ່ຄວາມຈິງແລ້ວ ສິ່ງນັ້ນຄືການຮວມຕົວກັນຂອງມົນລະພິດທາງອາກາດທີ່ເກີນສູງກວ່າຄ່າມາດຕະຖານ ແລະ ຍັງເປັນອັນຕະລາຍຕໍ່ສຸຂະພາບອີກດ້ວຍ ຄໍາວ່າ PM ຫຍໍ້ມາຈາກ  Particulate Matters ເປັນຄໍາທີ່ເອີ້ນວ່າມາດຕະຖານຂອງຝຸ່ນລະອອງຂະໜາດນ້ອຍທີ່ເປັນອັນຕະລາຍຕໍ່ສຸຂະພາບ ຝຸ່ນ PM 2.5 ເປັນມົນລະພິດຕໍ່ສຸຂະພາບຂອງມະນຸດຕາມທີ່ອົງການອະນາໄມໂລກໃຫ້ຄວາມສໍາຄັນ ແລະ ອອກມາແຈ້ງເຕືອນ ເພາະເປັນຝຸ່ນລະອອງມີຂະໜາດນ້ອຍ (ນ້ອຍກວ່າເສັ້ນຜົນ 20 ເທົ່າ) ເມື່ອຫາຍໃຈເຂົ້າໄປແລ້ວ ສາມາດເຂົ້າໄປຫາປອດ ແລະ ຫຼອດເລືອດໄດ້ງ່າຍ ຈົນສົ່ງຜົນຕໍ່ຮ່າງກາຍໄລຍະຍາວ ຈຸດແດງ 🔴 😷 ຄືການເຜົາໃໝ້ ໄຮ່ນາ ແລະ ປ່າ ມີສ່ວນເຮັດໃຫ້ເກີດຝຸ່ນຄວັນ PM2.5, ທີ່ເປັນອັນຕະລາຍຕໍ່ສຸຂະພາບຫຼາຍ. AirVisual ກວດພົບວ່າພື້ນທີ່ມີພົນລະພິດໝອກຄວັນສູງຍ້ອນການຈູດນາແລະປ່າມີຢູ່ທີ່ ກໍາປູເຈັຍ ແລະ ໄທ. ສ່ວນໃນ ສປປລາວ ກໍ່ມີການຈູດແລະໄດ້ຮັບຜົນກະທົບຈາກກະແສລົມພັດເອົາໝອກມາເຊັ່ນກັນ. ຈາກຄ່າວັດ ລະດັບຄວາມເຂັ້ມຂຸ່ນ ຂອງຝຸ່ນລະອອງ ຂະຫນາດນ້ອຍ […]

ປ່ຽນພຶດຕິກໍາການໃຊ້ຊີວິດກໍ່ສາມາດຊ່ວຍໃຫ້ສຸຂະພາບແຂງແຮງໄດ້.

ໄດ້ຖືກສ້າງຂື້ນວັນທີ

ຄວາມແຂງແຮງທີ່ສົມບູນທັງກາຍ ແລະ ໃຈ ແມ່ນຫຼາຍຄົນກໍ່ລ້ວນແຕ່ມີຄວາມຕ້ອງການ ເຊິ່ງການປັບປ່ຽນພຶດຕິກໍາການໃຊ້ຊີວິດໃນແຕ່ລະມື້ກໍ່ມີສ່ວນຊ່ວຍໃຫ້ສຸຂະພາບເຮົາແຂງແຮງໄດ້ຄືກັນ. 1, ປຸກສະໝອງດ້ວຍນໍ້າຊາ ໃນຕອນເຊົ້າແທນທີ່ຈະດື່ມກາເຟແຕ່ລອງປ່ຽນມາດື່ມຊາແທນເພາະມີກາເຟອີນໜ້ອຍກວ່າ ແລະ ຍັງມີແມງການິສ ທີ່ຊ່ວຍໃຫ້ສະໝອງເຮັດວຽກໄດ້ປະສິດຕິພາບດີຂື້ນ. 2, ບໍ່ໃຊ້ລິບທ໌: ໃນລິບທ໌ແຄບໆນັ້ນບໍ່ສາມາດລະບາຍອາກາດໄດ້ພຽງພໍ່ຈຶ່ງມີເຊື້ອພະຍາດລອຍໂຕຢູ່ ຖ້າປ່ຽນໃຊ້ຄັນໄດແທນນອກຈາກອາກາດຈະດີແລ້ວ ເຮົາຍັງໄດ້ອອກກໍາລັງກາຍເຮັດໃຫ້ຫົວໃຈສູບເລືອດໄດ້ດີຂື້ນອິກ. 3, ອອກກໍາລັງກາຍເປັນປະຈໍາ: ອອກກໍາລັງກາຍເຮັດໃຫ້ຮ່າງກາຍກະຕຸ້ນຮໍໂມນເອັນໂດຟິນທີ່ເປັນຮໍໂມນອາລົມດີອອກມາ ແລະ ກະຕຸ້ນການເຜົາຜ່ານໄຂມັນເຮັດໃຫ້ບໍ່ຕຸ້ຍ. 4, ໃຊ້ຖົງຢາງອານາໄມແບບໃໝ່: ຊ່ວຍໃຫ້ຄວາມຮູ້ສຶກໃນເວລາຮ່ວມເພດປ່ຽນໄປ ແລະ ສ້າງຄວາມແປກໃໝ່ໃຫ້ກັບໂຕເອງພ້ອມ, ການໃຊ້ຖົງຢາງອານາໄມເປັນປະຈໍາຍັງຊ່ວຍຫຼຸດຜ່ອນການເປັນມະເຮັງປາກມົດລູກ ແລະ ການຕິດເຊື້ອທາງເພດສໍາພັນອີກ. 5, ກິນປາເປັນປະຈໍາ: ປາມີໂປຼຕີນສູງ ແລະ ຊ່ວຍກະຕຸ້ນໃຫ້ສະໝອງຕື່ນຕົວສະເໝີ, ຊ່ວຍຫຼຸດຄໍເລສເຕີຣອລ ແລະ ທີ່ສໍາຄັນມີໄຂມັນທີ່ເປັນປະໂຫຍດ. 6, ຢຸດພັກ: ເວລາການເຮັດວຽກໃນຕອນເວັນຄວນຫາເວລາພັກຈັກ 10ນາທີ ເພື່ອຮ່າງກາຍໄດ້ຜ່ອນຄາຍກັບຄວາມເມື່ອຍລ້າ. 7, ກິນອາຫານທະເລ: ເພາະອາຫານທະເລມີວິຕາມິນ B6 ຢູ່ເປັນຈໍານວນຫຼວງຫຼາຍ ເຊິ່ງຈະຊ່ວຍຫຼຸດອາການຕ່າງໆກ່ອນເປັນປະຈໍາເດືອນຂອງແມ່ຍິງໄດ້ ແລະ ຊ່ວຍຫຼຸດອັດຕາເປັນພະະຍາດຄວາມຈໍາເຊື່ອມໄດ້ 4ເທົ່າ. 8, ໃຊ້ແປງຖູແຂ້ວກໍາຈັດເສດອາຫານ: ເສດອາຫານຈະເຮັດໃຫ້ມີກິ່ນປາກຈຶ່ງຄວນກໍາຈັດອອກໄປເພື່ອຮັກສາແຂ້ວໃຫ້ແຂງແຮງ ແລະ […]

ແຈ້ງການດ່ວນ ກຽມຮັບມືກັບເຊື້ອໄວຮັສ ສາຍພັນໃຫມ່

ໄດ້ຖືກສ້າງຂື້ນວັນທີ

ດ່ວນ! ສາທາລະນະສຸກ ແຈ້ງການສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່ ທີ່ກໍາລັງລະບາດ ຢູ່ ສປ ຈີນ ພະຍາດດັ່ງກ່າວເຮັດໃຫ້ຄົນເສຍຊີວິດ ແລະ ສາມາດຕິດຕໍ່ຈາກຄົນສູ່ຄົນ. ປັດຈຸບັນມີການຢັ້ງຢືນວ່າເຊື້ອ novel Coronavirus (NCOV) ສາມາດຕິດຕໍ່ຈາກຄົນສູ່ຄົນແລ້ວ ທ້າຍອາທິດຜ່ານມາກໍລະນີລາຍງານເພີ່ມເຕີບຈາກເມືອງອື່ນ ນອກຈາກອູ່ຫັ້ນ ເຊັ່ນ: ເບຈິງ, ຊາງໄຮ, ເສິນເຈິນ ນອກຈາກຈີນແລ້ວຍັງມີກໍລະນີລາຍງານຈາກປະເທດໄທ, ຍີ່ປຸ່ນ, ເກົາຫຼີ ແລະ ຟີລິປິນ ອາການ ແມ່ນຊຶມເຊື້ອລະບົບຫາຍໃຈ ເຊັ່ນ: ໄຂ້, ໄອ, ຫາຍໃຈຍາກ ແລະ ອາດເປັນປອດອັກເສບ ອາດເຮັດໃຫ້ລະບົບຫາຍໃຈຊຸດໂຊມໄດ້ ວິທີປ້ອງກັນ – ລ້າງມືດ້ວຍສະບູ – ອັດປາກ, ອັດດັງເວລາໄອ, ຈາມ – ຫຼີກລ່ຽງການສຳຜັດກັບສັດ, ຊາກສັດ ຫຼື ສັດປ່າ – ຫຼີກລ່ຽງການສຳຜັດໃກ້ຊິດກັບຄົນທີ່ມີອາການທາງລະບົບຫາຍໃຈ (ອາການຫວັດ) – ຫຼີກລ່ຽງການເດີນທາງໄປເຂດລະບາດ ຫຼືບ່ອນແອອັດ ຫຼື […]

ກິນແບບໃດບໍ່ໃຫ້ຕຸ້ຍ?

ໄດ້ຖືກສ້າງຂື້ນວັນທີ

ສາວໆຫລາຍຄົນສ່ວນໃຫຍ່ກໍຈະມັກຫຼຸດນ້ຳໜັກດ້ວຍການອົດເຂົ້າແລງ ແຕ່ພວກເຮົາມີວິທີທີ່ດີກວ່ານັ້ນ ບໍ່ຈຳເປັນຕ້ອງອົດເຂົ້າ ແລະ ກໍສາມາດກິນຄົບ 3ຄາບໄດ້ສະບາຍຫາຍຫວ່ງ ໂດຍທີ່ບໍ່ຕ້ອງອາໃສຢາບຳລຸງ ຫຼື ອາຫານເສີມໃດໆ ພຽງປະຕິບັດຕາມຂັ້ນຕອນງ່າຍໆຕໍ່ໄປນີ້ 1, ກິນໃຫ້ອິ່ມແບບພໍດີ ແລະ ໄດ້ພະລັງງານທີ່ເໝາະສົມກັບຮ່າງກາຍ 2, ກິນປາ, ທົ່ວ, ທັນຍະພືດ ຢ່າງນ້ອຍອາທິດລະ 2-3 ຄັ້ງ ແລະ ໄຂ່ມື້ລະ 1-2 ໜ່ວຍ 3, ຫຼີກລ່ຽງການກິນຊີ້ນທີ່ເປັນສີແດງເຊັ່ນ: ຊີ້ນໝູ, ງົວ ຫຼື ເລືອກກິນສ່ວນທີ່ບໍ່ຕິດມັນ ຂອບໃຈຂໍ້ມູນຈາກ: https://www.thaihealth.or.th/Content/37944- ຂໍ້ມູນເພີ່ມຕື່ມ: hukmiplan.comສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 #ຮັກມີແຜນ#ຖາມເອື້ອຍໄດ້