ໄປເຮັດວຽກມື້ໃດກະຮູ້ສຶກເບື່ອ ໄດ້ແຕ່ເຝົ້າເບິ່ງໂມງວ່າເມື່ອໃດຈະຮອດໂມງເລີກວຽກ ຖ້າເຈົ້າມີຊີວິດແຕ່ລະມື້ໄປເພື່ອໃຫ້ຮອດດເວລາເລີກວຽກຢ່າງດຽວ ນັ້ນເປັນເພາະວ່າເຈົ້າເລີ່ມໝົດ Passion ຫຼືໝົດໄຟ ໃນການເຮັດວຽກແລ້ວ ເຊິ່ງສາເຫດຫຼັກໆ ມັກຈະມາຈາກການເຮັດວຽກເກົ່າໆ ຊໍ້າໆ ຊາກໆ ເງິນເດືອນກໍໜ້ອຍ ຢູ່ແຕ່ໃນສະພາບແວດລ້ອມເກົ່າໆ ເຮັດວຽກໜັກເກີນໄປ ເຄຼຍເທົ່າໃດກໍບໍ່ໝົດຈັກເທື່ອ… ຖ້າໃຜທີ່ກໍາລັງເປັນແບບນີ້ຢູ່ ລອງມາຈູດໄຟໃຫ້ກັບຕົວເອງອີກຄັ້ງ ກັບ 5 ເຄັດລັບທີ່ ຮັກມີແຜນ ນໍາມາຕ້ອນກັນໃນມື້ນີ້ເບິ່ງເດີ້!!! 1. ຄົ້ນຫາເຫດຜົນໃຫ້ພົບ ສິ່ງທີ່ຈະດັບທຸກໄດ້ກໍຄື ສາເຫດ ຖ້າເຮົາຮູ້ສາເຫດ ເຮົາຈຶ່ງຈະຊອກຫາທາງອອກພົບວ່າ ທຸກແບບນີ້ຄວນໃຊ້ວິທີແກ້ໄຂແບບໃດ ກ່ອນອື່ນເລີຍ ຖາມຕົວເອງກ່ອນວ່າ ເປັນຫຍັງເຮົາຈຶ່ງຮູ້ສຶກເບື່ອກັບວຽກທີ່ເຮັດ ເປັນຫຍັງເຮົາຈຶ່ງບໍ່ຢາກເຮັດຫຍັງເລີຍ ເພາະວຽກເກົ່າໆ ຫົວໜ້າເຂັ້ມງວດເກີນໄປ ເງິນເດືອນບໍ່ດຶງດູດພໍ ຫຼືເລີ່ມໝົດຄວາມມ່ວນກັບວຽກທີ່ເຮັດ ຫຼືເຫດຜົນອື່ນໆ ຖ້າເຈົ້າພົບແລ້ວ ກໍຄ່ອຍໆຊອກຫາວິທີແກ້ໄຂໃຫ້ຖືກຈຸດຕໍ່ໄປຈ່າ 2. ມ່ວນໄປກັບເປົ້າໝາຍໃໝ່ໆ ກັບວຽກເກົ່າໆ ກ່ອນທີ່ຈະເບິ່ງໄປເຖິງອະນາຄົດທີ່ໄກໆ ເຮົາມາເບິ່ງເປົ້າໝາຍໃນວຽກປະຈໍາທີ່ເຮັດຢູ່ກັນດີກວ່າ ບາງເທື່ອການວາງແຜນໄປໄກເກີນໄປ ກໍເຮັດໃຫ້ເຮົາເປັນກັງວົນ ແລະ ຈິດໃຈບໍ່ສະຫງົບລ່ອງລອຍໄປໄກ ແຕ່ການກໍານົດເປົ້າໝາຍໄລຍະສັ້ນ ຈະເຮັດໃຫ້ເຮົາຫັນມາ Focus ສິ່ງທີ່ໃມກ້ຕົວຫຼາຍຂຶ້ນ ເຮົາເຂົ້າມາເຮັດວຽຫບ່ອນນີ້ເພື່ອຫຍັງ ແລ້ວຈຸດແຮງບັນດານໃຈໃຫ້ເຮົາົຄວ້າສິ່ງທີ່ໃຝ່ຝັນໃຫ້ສໍາເລັດ ຫຼືຈະເປັນເປົ້າໝາຍໃໝ່ໆ ໃນວຽກເກົ່າໆ ກໍໄດ້ ສິ່ງນີ້ຈະກະຕຸ້ນໃຫ້ເຮົາຢາກເຮັດນີ້ເຮັດນັ້ນ ເພື່ອໃຫ້ບັນລຸເປົ້າໝາຍ ເມື່ອຮູ້ຕົວອີກຄັ້ງກໍເພີດເພີນໄປກັບສິ່ງທີ່ເຮັດ ຈົນບໍ່ມີເວລາໄປນຶກເຖິວເລື່ອງອື່ນເລີຍຈ່າ… 3. […]
ຂ່າວ
ບໍ່ຢາກໃຫ້ເຊື່ອແຕ່ຢາກໃຫ້ລອງ!!! ລວມແນວຄິດພັດທະນາຕົວເອງ ເພື່ອກ້າວໄປເປັນຜູ້ສົບຄວາມສໍາເລັດໃນການເຮັດວຽກ
ໄດ້ຖືກສ້າງຂື້ນວັນທີການເຮັດວຽກໃນຄວາມຄິດຂອງໃຜຫຼາຍຄົນ ກໍຄື ການເຮັດວຽກໃຫ້ຜົນງານອອກມາດີທີ່ສຸດ ຫຼືເຮັດໃນໜ້າທີ່ທີ່ຕົນເອງຮັບຜິດຊອບຢ່າງເຕັມຄວາມສາມາດ ແລະ ທີ່ຫຼາຍຄົນເຂົ້າໃຈວ່າ ນີ້ຄືຄວາມສໍາເລັດໃນໜ້າທີ່ການງານນັ້ນເອງ ແຕ່ສິ່ງໜຶ່ງທີ່ເຈົ້າອາດຈະເບິ່ງຂ້າມໄປ ນັ້ນກໍຄື ການພັດທະນາຕົນເອງຢູ່ສະເໝີ ແລ້ວແນວຄິດການພັດທະນາາຕົນເອງນັ້ນ ຈະເປັນຮູບແບບໃດ ມາເບິ່ງລາຍລະອຽດພ້ອມໆກັນເລີຍ… ບໍ່ຢຸດຢັ້ງໃນການພັດທະນາ ຜູ້ທີ່ປະສົບຄວາມສໍາເລັດໃນໜ້າທີ່ການງານໄດ້ ຈໍາເປັນຕ້ອງມີການພັດທະນາຕົນເອງຢູ່ຕະຫຼອດເວລາ ບໍ່ວ່າຈະເລື່ອງຂອງບຸກຄະລິກ ພຶດຕິກໍາ ຫຼືແມ່ນແຕ່ວິທີການເຮັດວຽກ ເຈົ້າຈະຕ້ອງຮູ້ຈັກສໍາຫຼວດ ແລະປະເມີນຕົວເອງຢ່າງສະໝໍ່າສະເໝີ ຊອກຂໍ້ດີ ແລະ ຂໍ້ເສຍເພື່ອປັບປຸງ ຕົວຢ່າງ ຖ້າບໍ່ເກັ່ງພາສາອັງກິດ ແຕ່ຈໍາເປັນຕ້ອງໃຊ້ໃນການເຮັດວຽກ ເຈົ້າຕ້ອງສຶກສາ ແລະ ຮຽນຮູ້ໃຫ້ເກັ່ງຂຶ້ນ ເພື່ອຄວາມງ່າຍໃນການເຮັດວຽກ ແລະ ຈະເຮັດໃຫ້ເຈົ້າມີໂອກາດປະສົບຄວາມສໍາເລັດໃນໜ້າທີ່ການງານຫຼາຍຂຶ້ນ. ຄິດບວກ ເບິ່ງໂລກໃນແງ່ດີສະເໝີ ຄວາມຄິດບວກເປັນສ່ວນຊ່ວຍໃຫ້ເຈົ້າເຮັດວຽກໄດ້ຢ່າງມີຄວາມສຸກຫຼາຍຂຶ້ນ ເມື່ອພົບອຸປະສັກ ຫຼືບັນຫາຕ່າງໆ ໃນການເຮັດວຽກ ພຽງແຕ່ເຮົາມີຄວາມຄິດໃນທາງທີ່ດີ ເຮົາກໍສາມາດກ້າວຂ້າມບັນຫາເຫຼົ່ານັ້ນໄປໄດ້ໂດຍງ່າຍ… ຄວາມສໍາເລັດໃນການເຮັດວຽກຈະບໍ່ມາເຖິງໃນມື້ນີ້ ມື້ອື່ນ ແຕ່ຕ້ອງມາຫາເຈົ້າຈັກມື້ ເຮົາເຊື່ອວ່າ ການຄິດແຕ່ເລື່ອງດີໆ ຫຼືການເບິ່ງໂລກໃນແງ່ດີ ຈະເຮັດໃຫ້ການເຮັດວຽກຂອງເຈົ້າມີຄວາມສຸກໄດ້. ມຸ່ງໝັ້ນອົດທົນ ຄວາມອົດທົນເປັນພະລງຂອງຄວາມສໍາເລັດ ການອົດທົນຕໍ່ຄໍາເວົ້າ ຕໍ່ພຶດຕິກໍາການໝິ່ນປະມາດ ອົດທົນຕໍ່ຄວາມຕຶງຄຽດໃນການເຮັດວຽກ ເປັນສິ່ງສໍາຄັນ ແລະ ເປັນສິ່ງຊຸກຍູ້ໃຫ້ເຈົ້າກ້າວໄປຫາຄວາມສໍາເລັດໄດ້ຢ່າງໄວວາ ເພາະທຸກໆອາຊີບຈະຕ້ອງພົບກັບບັນຫາບໍ່ເລື່ອງໃດກໍເລື່ອງໜຶ່ງ […]
ສິ່ງທີ່ຄວນຮູ້ ກ່ອນອາຍຸ 30 !
ໄດ້ຖືກສ້າງຂື້ນວັນທີໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍມາສົ່ງທ້າຍເດືອນສິງຫາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ… ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່ ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່ ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນ ເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເົາເກັບໄປຄິດໄດ້ສະເໝີ ຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີ ຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອ ຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກ ເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ […]
4 ເຄັດລັບຝຶກໃຫ້ຕົນເອງຕື່ນເຊົ້າເປັນນິໄສ!
ໄດ້ຖືກສ້າງຂື້ນວັນທີການຕືື່ນເຊົ້າເປັນຊີວິດປະຈຳວັນແມ່ນສິ່ງທີ່ດີຕໍ່ສຸຂະພາບ ແຖມຍັງເພີ່ມເວລາໃນການເຮັດກິດຈະກຳຕ່າງໆອີກ. ນອກນັ້ນ, ອາກາດໃນຍາມເຊົ້ານັ້ນສົດຊື່ນ ເຊິ່ງການສູດອາກາດດີໆໃນຕອນເຊົ້າຈະຊ່ວຍໃຫ້ເຮົາຮູ້ສຶກສົດໃສໄດ້ຕະຫຼອດໝົດມື້. ແຕ່ການຕື່ນແຕ່ເຊົ້າໆນັ້ນ ເປັນສິ່ງທີ່ຍາກຫຼາຍສຳຫຼັບສາວໆຫຼາຍຄົນ ດັ່ງນັ້ນພວກເຮົາຈຶ່ງໄດ້ລວບລວມເຄັດລັບທີ່ຈະຊ່ວຍທ່ານບໍ່ໜ້ອຍກໍຫຼາຍໂດຍສະເພາະໃນຍາມທີ່ອາກາດໜາວນີ້. ເປີດໄຟ ເປີດຜ້າກັ້ງ ເປີດປ່ອງຢ້ຽມ: ຄວນເຮັດທັນທີເມື່ອໂມງປຸກ ແລະ ຫ້າມເລື່ອນປຸກເດັດຂາດ ເພາະແຮງຈະເປັນການຕາມໃຈຕົນເອງ ເຮັດໃຫ້ບໍ່ສາມາດລຸກຂຶ້ນໄດ້. ການລຸກໄປເປີດໄຟ, ເປີດຜ້າກັ້ງ ຫຼື ເປີດປ່ອງຢ້ຽມ ນອກຈາກຈະຊ່ວຍໃຫ້ເຮົາຮູ້ສຶກຕື່ນໂຕ ແລະ ສົດຊື່ນແລ້ວ ຍັງເປັນວິທີງ່າຍແລະໄດ້ຜົນໃນການບັງຄັບຕົນເອງໃຫ້ຕື່ນເຊົ້າອີກດ້ວຍ. ຫາແຮງບັນດານໃຈໃນການຕື່ນເຊົ້າ ບໍ່ວ່າຈະເປັນການວາງແຜນອາຫານເຊົ້າທີ່ທ່ານມັກ ເຊິ່ງເປັນວິທີໜຶ່ງທີ່ໄດ້ຜົນຫຼາຍ ເພາະສາວໆຈະຮູ້ສຶກຢາກຕື່ນນອນມາກິນອາຫານແຊບໆທີ່ໄດ້ວາງແຜນໄວ້ ຫຼື ຈະເປັນການແຕ່ງໜ້າ ແຕ່ງໂຕງາມ ເພື່ອອອກໄປເຮັດວຽກພົບປະຜູ້ຄົນເປັນຕົ້ນ. ຂໍ້ດີຂອງການຕື່ນເຊົ້າ: ກ່ອນທີ່ຈະໄປຮຽນຮູ້ວິທີເຮັດໃຫ້ຕົນເອງຕື່ນເຊົ້າ ທ່ານຄວນຮູ້ປະໂຫຍດຂອງມັນກ່ອນ ເຊິ່ງກໍມີຫຼາກຫຼາຍບໍ່ວ່າຈະເປັນໃນແງ່ຂອງເວລາທີ່ເພີ່ມຫຼາຍຂຶ້ນໃນແຕ່ລະມື້ ລວມໄປເຖິງປະໂຫຍດດ້ານສຸຂະພາບດັ່ງຕໍ່ໄປນີ້: ເຮັດໃຫ້ຮູ້ສຶກດຸໝັ່ນຫຼາຍກວ່າເກົ່າ ແລະ ຊ່ວຍໃຫ້ປະສິດທິພາບໃນການເຮັດວຽກຫຼືຮຽນໜັງສືຫຼາຍຂຶ້ນ ສຸຂະພາບຈິດດີຂຶ້ນ ຊ່ວຍຫຼຸດຜ່ອນຄວາມຕຶງຄຣຽດ ເພາະບໍ່ຈຳເປັນຕ້ອງຟ້າວເຮັດຫຍັງຄືເວລາຕື່ນສວຍ ຊ່ວຍໃຫ້ວົງຈອນການນອນຫຼັບມີປະສິດທິພາບຫຼາຍຍິ່ງຂຶ້ນ ເພາະຖ້າຕື່ນເຊົ້າຈະເຮັດໃຫ້ເຮົານອນໄວໂດຍອັດຕະໂນມັດ ໄດ້ສູດອາກາດຍາມເຊົ້າ ຊ່ວຍກະຕຸ້ນໃຫ້ຮ່າງກາຍສົດຊື່ນ ແຈ່ມໃສ ພ້ອມທີ່ຈະລຸຍວັນໃໝ່ໄດ້ຢ່າງມີປະສິດທິພາບ ສຳຫຼັບສາວໆ ທ່ານໃດທີ່ມີບັນຫາເລື່ອງຕື່ນນອນໃນຕອນເຊົ້າ ຫຼື ຢາກຝຶກວິໄນຕົນເອງໃຫ້ເປັນຄົນຕື່ນເຊົ້າຫຼາຍຍິ່ງຂຶ້ນຄວນປະຕິບັດດັ່ງຕໍ່ໄປນີ້: ຕັ້ງໂມງປຸກ 2 […]
ຢ່າຫຼົງເຊື່ອ! 8 ອາຫານທີ່ບໍ່ໄດ້ດີຕໍ່ສຸຂະພາບຄືທີ່ທ່ານຄິດ
ໄດ້ຖືກສ້າງຂື້ນວັນທີທັນຍະພືດອັດແທ່ງ (Energy Bar) ສາວໆຫຼາຍຄົນອາດຈະຫຼົງເຊື່ອການໂຄສະນາຂອງທັນຍະພືດອັດແທ່ງວ່າມັນມີໃຍອາຫານແລະໂປຣຕີນຫຼາຍ ຫຼື ມັນມີແປ້ງໜ້ອຍເຊິ່ງເຮັດໃຫ້ມັນເປັນອາຫານວ່າງທີ່ດີຕໍ່ສຸຂະພາບ. ແຕ່ກ່ອນທີ່ທ່ານຈະແກະກິນທັນຍະພືດອັດແທ່ງເຫຼົ່ານີ້ທ່ານຄວນພິຈາລະນາກ່ອນວ່າສ່ວນໃຫຍ່ແລ້ວມັນຖືກປຸງແຕ່ງມາຢ່າງຫຼວງຫຼາຍ. ຖ້າທ່ານພົບວ່າມັນມີສ່ວນປະສົມຫຼາຍຢ່າງນັ້ນກໍສະແດງວ່າມັນໄດ້ຜ່ານການຜະລິດສ້າງແບບບໍ່ທຳມະຊາດ ແລະ ຍັງມີປະລິມານນ້ຳຕານສູງເຊິ່ງຈະເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນຢ່າງວ່ອງໄວແລ້ວຕົກລົງຫຼັງຈາກນັ້ນ ຜົນທີ່ຕາມມາກໍຄືທ່ານຈະຫິວໄວ ແລະ ບໍ່ຄ່ອຍມີແຮງ. ເພາະສະນັ້ນ ສິ່ງທີ່ດີກວ່າແມ່ນເວລາທ່ານຫິວ ຕ້ອງການອາຫານວ່າງຮອງທ້ອງໃຫ້ກິນແອັບເປິ້ນໃສ່ເນີຍຖົ່ວ ຫຼື ໝາກໄມ້ຊະນິດອື່ນໆກໍມີປະໂຫຍດເຊັ່ນກັນເຊິ່ງຈະຢູ່ທ້ອງໄດ້ດົນກວ່າ. ນົມສົ້ມໄຂມັນຕ່ຳ ຫຼື ປາສະຈາກໄຂມັນ (Low Fat or Fat-Free Yoghurt) ເມື່ອຜະລິດຕະພັນອາຫານຫຼຸດຫຼືຕັດສ່ວນປະສົມທີ່ເຮົາເຊື່ອວ່າ “ບໍ່ດີ” ອອກ ເຮົາກໍຈະຕັດສິນວ່າມັນດີຕໍ່ຮ່າງກາຍເຮົາ ແຕ່ນີ້ກໍບໍ່ແມ່ນເລື່ອງແທ້ສະເໝີໄປໂດຍສະເພາະໃນກໍລະນີຂອງປະເພດໄຂມັນໃນອາຫານ. ການຫຼຸດຫຼືຕັດໄຂມັນອີ່ມຕົວອອກນັ້ນຖືວ່າດີ ແຕ່ໃນຄະນະດຽວກັນຜູ້ຜະລິດສ່ວນໃຫຍ່ຈະທົດແທນໄຂມັນທີ່ຕັດອອກໂດຍການເຕີມນ້ຳຕານເພື່ອໃຫ້ລົດຊາດແຊບຄືເກົ່າ. ມີນົມສົ້ມໄຂມັນຕ່ຳ ຫຼື ປາສະຈາກໄຂມັນຫຼາຍອັນທີ່ມີປະລິມານນ້ຳຕານຫຼາຍເທົ່າກັບເຂົ້າໜົມເຊິ່ງສາມາດເຮັດໃຫ້ລະດັບ ໃນເລືອດສູງຂຶ້ນໄດ້ແລະສົ່ງຜົນເສຍຕໍ່ສຸຂະພາບ. ດ້ວຍເຫດນີ້ ທ່ານຄວນຮູ້ຈັກເລືອກກິນນົມສົ້ມໄຂມັນຕ່ຳຫຼືປາສະຈາກໄຂມັນຊະນິດທີ່ມີນ້ຳຕານໜ້ອຍ ໂດຍການອ່ານສ່ວນປະສົມໃຫ້ລະອຽດ. ນົມສົ້ມແຊ່ແຂງ (Fro-Yo) ເຖິງວ່ານົມສົ້ມແຊ່ແຂງບໍ່ມີພະລັງງານຫຼາຍເທົ່າກະແລ້ມແລະບໍ່ໄດ້ເຮັດໃຫ້ຕຸ້ຍກໍຕາມ, ແຕ່ກໍບໍ່ໄດ້ແປວ່າມັນດີຕໍ່ສຸຂະພາບຂອງທ່ານ. ດັ່ງທີ່ເຮົາໄດ້ກ່າວໄປແລ້ວຢູ່ຂ້າງເທິງ ຄຸນປະໂຫຍດຂອງນົມສົ້ມກໍຈະບໍ່ດີເທົ່າລວກຜັກເພາະມັນມີນ້ຳຕານທີ່ບໍ່ຈຳເປັນຫຼາຍ. ການກິນດົນໆເທື່ອໜຶ່ງກໍບໍ່ແມ່ນບັນຫາ ແຕ່ທ່ານຄວນຖືວ່າມັນເປັນຂອງຫວານຫຼາຍກວ່າອາຫານສຸຂະພາບ. ນ້ຳໝາກໄມ້ປັ່ນ (Smoothies) ໃຜໆກໍຮູ້ຢູ່ແລ້ວວ່າການກິນໝາກໄມ້ນັ້ນດີຕໍ່ຮ່າງກາຍ ແຕ່ທ່ານຮູ້ຫຼືບໍ່ວ່າການເອົາໝາກໄມ້ຫຼາຍໆຢ່າງມາປັ່ນໃສ່ກັນ (ເຊັ່ນ ໝາກກ້ວຍ, ປະເພດເບີຣີ້, […]
ໄຂຂໍ້ສົງໃສ! ຮ່າງກາຍຄົນເຮົາຕ້ອງການອາຫານເສີມຄອລລະເຈນບໍ່?
ໄດ້ຖືກສ້າງຂື້ນວັນທີຄອລລະເຈນແມ່ນເສັ້ນໃຍໂປຣຕີນຊະນິດໜຶ່ງ ເຊິ່ງເປັນອົງປະກອບຫຼັກຂອງຜິວໜັງ, ຂົນ, ແລະ ເສັ້ນຜົມ ຊ່ວຍເຮັດໃຫ້ຜິວໜັງຄົງຄວາມເຕັ່ງຕຶງ, ຍືດຢຸ່ນລຽບນຽນ, ກະທັດຮັດ ນອກນັ້ນຍັງເປັນອົງປະກອບຂອງກະດູກ ແລະ ກະດູກອ່ອນ ດ້ວຍເຫດນີ້ຈຶ່ງມີການເອົາຄອລລະເຈນໄປໃຊ້ກັບຄົນໄຂ້ຂໍ້ເຄົ່າເຊື່ອມ ແລະ ຄົນທີ່ມີພາວະກະດູກບາງ. ເມື່ອຄົນເຮົາອາຍຸຫຼາຍຂຶ້ນຮ່າງກາຍກໍຈະຜະລິດຄອລລະເຈນໄດ້ໜ້ອຍລົງ ເຊິ່ງຈະຖືກໃຊ້ກັບສິ່ງຈຳເປັນເຊັ່ນການສ້ອມແຊມກ້າມເນື້ອ ເຮັດໃຫ້ທັງຜິວໜ້າ ແລະ ຜິວກາຍຂາດຄວາມຜ່ອງໃສ ເຕັ່ງຕຶງ. ການທາຄຼີມທີ່ມີສ່ວນປະກອບຂອງຄອລລະເຈນຈະຊ່ວຍໃດ້ສ່ວນໜຶ່ງ ແຕ່ກໍມີຂໍ້ຈຳກັດທີ່ວ່າໂມເລກຸນອາດຈະໃຫຍ່ເກີນໄປທີ່ຈະຊຶມເຂົ້າຜິວ. ຖ້າຢາກໃຫ້ຜິວເບິ່ງງາມສຸຂະພາບດີຄວນໃຊ້ຜະລິດທະພັນທີ່ເປັນຮູບແບບນ້ຳ ຫຼື ຄອລລະເຈນເປັບໄທດ ເຊິ່ງມີໂມເລກຸນທີ່ນ້ອຍສາມາດຊຶມເຂົ້າຊັ້ນເລິກຂອງຜິວໄດ້ງ່າຍເພື່ອເຫັນຜົນໄວຂຶ້ນ. ເຖິງຢ່າງໃດກໍຕາມ ວິທີທີ່ດີທີ່ສຸດໃນການຊ່ວຍຮ່າງກາຍເສີມສ້າງຄອລລະເຈນແມ່ນການກິນອາຫານທີ່ມີຄອລລະເຈນສູງເຊັ່ນ ໂປຣຕີນ (ຊີ້ນງົວ, ໄຂ່, ໄກ່, ແລະ ປາ) ຫຼື ອາຫານເສີມຄອລລະເຈນທີ່ເປັນຫຼອດຢາ ຫຼືເປັນແປ້ງທີ່ສາມາດຄົນໃສ່ໃນແກງໄດ້. ຕໍ່ໄປນີ້ແມ່ນສິ່ງທີ່ທ່ານຄວນຮູ້ກ່ອນທີ່ຈະກິນອາຫານເສີມຄອລລະເຈນ: ມີຫຼັກຖານບໍ່ ວ່າອາຫານເສີມຄອລລະເຈນສາມາດຊ່ວຍໃຫ້ຜິວງາມຂຶ້ນແທ້? ມີຫຼາຍຜົນວິໄຈທີ່ອອກມາສະແດງໃຫ້ເຫັນວ່າ ຄອລລະເຈນເປັບໄທດ ຫຼື ອາຫານເສີມສາມາດຊ່ວຍຊະລໍຜິວໃຫ້ຫ່ຽວແຫ້ງຊ້າລົງ ແລະຍັງເພີ່ມຄວາມຍືດຫຍຸ່ນຊຸ່ມຊື່ນຂອງຜິວໂດຍທີ່ບໍ່ມີຜົນຂ້າງຄຽງ ນອກນັ້ນຍັງມີປະໂຫຍດອື່ນອີກແມ່ນມັນຈະຊ່ວຍສ້າງໂປຣຕີນທີ່ສ້າງຈຸລັງຜິວ ໂດຍສະເພາະແມ່ນຄອລລະເຈນທີ່ຖືກສະກັດຈາກປາ. ນອກຈາກຊ່ວຍຜິວແລ້ວ ການກິນອາຫານເສີມຄອລລະເຈນຊ່ວຍຫຍັງໄດ້ແນ່? ການກິນຄອລລະເຈນຈະຊ່ວຍໃຫ້ເລັບແຂງແຮງ ຍາວໄວ ບໍ່ຫັກງ່າຍ ແລະຜົມກໍຈະຍາວໄວຂຶ້ນພ້ອມ ນອກນັ້ນອາດຈະຊ່ວຍເສີມສ້າງໂປຣຕີນທີ່ສ້າງກ້າມເນື້ອ ເຊິ່ງຈະກະຕຸ້ນໃຫ້ກ້າມເຕີບໃຫຍ່ຫຼັງຈາກອອກກຳລັງກາຍແລ້ວ […]
ເຄັດລັບການຈັດການເວລາ ເພື່ອບັນລຸເປົ້າໝາຍໃນການເຮັດວຽກ
ໄດ້ຖືກສ້າງຂື້ນວັນທີເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຈຶ່ງເຮັດວຽກໄດ້ມີປະສິດທິພາບແລະ ວ່ອງໄວທັນໃຈແບບຜິດທຳມະຊາດ ໂດຍທີ່ໃນມື້ໜຶ່ງເຂົາເຈົ້າກໍມີເວລາ 24 ຊົ່ວໂມງເທົ່າກັນກັບເຮົາ? ຮູ້ບໍ່ວ່າສິ່ງນີ້ບໍ່ແມ່ນໂຊກເຂົ້າຂ້າງເຂົາ ແຕ່ແມ່ນຍ້ອນການຈັດການເວລາທີ່ດີເພື່ອບໍ່ໃຫ້ເສຍເວລາອັນມີຄ່າໄປ. ການຈັດການເວລາແມ່ນສິ່ງທີ່ສຳຄັນຫຼາຍເພາະວ່ານອກຈາກທ່ານຈະເຮັດຫຼາຍຢ່າງໄດ້ສຳເລັດໃນມື້ໜຶ່ງແລ້ວ ທ່ານຍັງຈະມີເວລາພັກຜ່ອນໃຫ້ກັບຕົນເອງ ແລະເວລາຢູ່ນຳຄອບຄົວ ຫຼື ໝູ່ເພື່ອນອີກດ້ວຍ. ດັ່ງນັ້ນ ພວກເຮົາຄວນຮຽນຮູ້ວິທີຈັດການເວລາໃຫ້ດີຂຶ້ນ ຝຶກຝົນໃຫ້ເປັນນິໄສ ເພື່ອເປັນການພັດທະນາຕົນເອງດັ່ງຕໍ່ໄປນີ້: ຕັ້ງເປົ້າໝາຍ ການຕັ້ງເປົ້າໝາຍໃຫ້ຕົນເອງບໍ່ໄດ້ໝາຍເຖິງແຕ່ເປົ້າໝາຍໄລຍະຍາວ ແຕ່ແມ່ນການຕັ້ງເປົ້າໝາຍນ້ອຍໆໃນແຕ່ລະມື້ທີ່ສາມາດເຮັດໄດ້ສຳເລັດ ບໍ່ຍາກຫຼືງ່າຍໂພດ ທີ່ສຳຄັນແມ່ນຕ້ອງບໍ່ຝຶນຕົນເອງຈົນເກີນໄປ ຖ້າເຮັດສິ່ງນີ້ໄດ້ໃນຊີວິດປະຈຳວັນເປົ້າໝາຍໄລຍະຍາວຂອງທ່ານກໍຈະບໍ່ໄກໂຕ 2. ການວາງແຜນ ການເອົາໃຈໃສ່ວາງແຜນໃຫ້ລະອຽດຖີ່ຖ້ວນກໍຖືວ່າເປັນວິທີທີ່ສຳຄັນໃນການຈັດການເວລາ ເພາະວ່າ ມັນຈະເຮັດໃຫ້ທ່ານຄິດຕັດສິນໃຈວ່າຈະເຮັດວຽກໃດກ່ອນແລະກຳນົດເວລາທີ່ເຮັດພ້ອມ ນອກນັ້ນການວາງແຜນຍັງຈະຊ່ວຍຈັດລະບຽບວຽກ ໂດຍທີ່ທ່ານຈະບໍ່ລືມວ່າມີໜ້າທີ່ຫຍັງແດ່ທີ່ຕ້ອງເຮັດໃນແຕ່ລະມື້ 3. ຈັດລຳດັບຄວາມສຳຄັນ ການເລືອກເຮັດວຽກທີ່ຕ້ອງສົ່ງດ່ວນກ່ອນວຽກອື່ນແມ່ນສິ່ງທີ່ຫຼາຍຄົນຕ່າງກໍຮູ້ຢູ່ແລ້ວ ແຕ່ກໍມີສິ່ງນ້ອຍໆທີ່ບາງຄົນເຮັດເຊັ່ນການດື່ມກາເຟພ້ອມກັບອ່ານຂ່າວໃນຕອນເຊົ້າເພື່ອເລີ່ມມື້ໃໝ່ ເຊິ່ງຖ້າແທນດ້ວຍການເຂົ້າອ່ານອີເມວທີ່ສຳຄັນຈະເປັນການປະຢັດເວລາໄດ້ຫຼາຍກວ່າຍ້ອນວ່າໃນຕອນເຊົ້າທີ່ທ່ານຮູ້ສຶກສົດຊື່ນ ແລະ ມີແຮງຫຼາຍທ່ານຄວນເລີມໜ້າທີ່ທີ່ສຳຄັນເລີຍເພື່ອເປັນການບໍ່ເປືອງເຮື່ອແຮງແລ້ວຈຶ່ງເຮັດສິ່ງທີ່ເຫຼືອຕໍ່. 4. ຢ່າໃຫ່ສິ່ງອື່ນມາລົບກວນ ທ່ານຈະເຮັດວຽກໄດ້ມີປະສິດທິພາບຂຶ້ນຖ້າບໍ່ມີສິ່ງມາລົບກວນເຊັ່ນການຫຼີ້ນ ມືຖື ຫຼື ການເຂົ້າສື່ສັງຄົມຕ່າງໆ ເຊິ່ງທ່ານກໍຍັງມີເວລາທີ່ຈະຫຼິ້ນໃນຍາມພັກກິນເຂົ້າແລະຕອນຢູ່ບ້ານເພາະສະນັ້ນໃນຍາມເຮັດວຽກຄວນພະຍາຍາມຫ່າງຈາກສິ່ງພວກນີ້ຫຼືຖ້າເປັນໄປໄດ້ກໍບໍ່ຕ້ອງຈັບເລີຍ. 5. ຢ່າເຮັດຫຼາຍຢ່າງໃນເວລາດຽວກັນ ການພະຍາຍາມທີ່ຈະເຮັດໃຫ້ຫຼາຍຢ່າງແລ້ວພ້ອມໆກັນນອກຈາກຈະບໍ່ມີຜົນດີແລ້ວຍັງເຮັດໃຫ່ທ່ານສັບສົນເຮັດວຽກຊ້າກວ່າເກົ່າ ເພາະມັນໄດ້ຖືກພິສູດມາແລ້ວວ່າຄົນເຮົາສ່ວນຫຼາຍຈະຕັ້ງໃຈເຮັດໄດ້ແຕ່ເທື່ອລະຢ່າງ. ເມື່ອທ່ານປ່ຽນໄປປ່ຽນມາຫຼາຍເທື່ອສະໝອງຕ້ອງໃຊ້ເວລາໃນການປັບຄວາມເຂົ້າໃຈຂອງວຽກໃໝ່ ເຊິ່ງວິທີທີ່ດີກວ່າແມ່ນການຕັ້ງໃຈເຮັດຢ່າງໃດຢ່າງໜຶ່ງໃຫ້ແລ້ວກ່ອນຈະເລີ່ມໜ້າທີ່ໃໝ່. 6. ຮູ້ຈັກປະຕິເສດ ຖ້າທ່ານບໍ່ວ່າງຍ້ອນມີວຽກຫຼາຍຖ້ວມຫົວຢູ່ແລ້ວ ຄວນຮູ້ຈັກປະຕິເສດວຽກໃໝ່ທີ່ເຂົ້າມາ ແນ່ນອນວ່ານີ້ບໍ່ແມ່ນເລື່ອງງ່າຍສຳລັບຫຼາຍຄົນແຕ່ຖ້າໃຊ້ທັກສະປະຕິເສດ ອີງຕາມຄວາມເໝາະສົມຕ່າງໆພ້ອມ […]
8 ວິທີຊ່ວຍໃຫ້ຜົມຍາວໄວຂຶ້ນແລະງາມສຸຂະພາບດີ
ໄດ້ຖືກສ້າງຂື້ນວັນທີກິນອາຫານທີ່ມີປະໂຫຍດ ເລື່ອງອາຫານການກິນຖືວ່າມີຜົນຕໍ່ເສັ້ນຜົມຫຼາຍ ສານອາຫານໃນກຸ່ມວິຕາມີນ Bທາດເຫຼັກ ສັງກະສີ ແລະໂປຣຕີນຈະຊ່ວຍໃຫ້ເສັ້ນຜົມແຂງແຮງ ບໍ່ແຕກງ່າຍ ເຊິ່ງສາມາດພົບໄດ້ໃນອາຫານທົ່ວໄປທີ່ເຮົາກິນໃນຊີວິດປະຈຳວັນ ເຊັ່ນ ຜັກໃບຂຽວ ທັນຍະພືດ ປາ ແລະໄຂ່ໄກ່ເປັນຕົ້ນ ຫຼື ອີກໂຕຊ່ວຍໜຶ່ງໃນການເຮັດໃຫ້ຜົມຍາວໄວຂຶ້ນ ແມ່ນກິນ Biotin ທີ່ເປັນວິຕາມີນເສີມຊ່ວຍໃຫ້ຜິວພັນ ເລັບ ແລະ ເສັ້ນຜົມແຂງແຮງ 2. ຢ່າປ່ອຍໃຫ້ຮູຂຸມຂົນອຸດຕັນ ນ້ຳມັນທີ່ຢູ່ເທິງໜັງຫົວ ຝຸ່ນ ແລະ ຮ້ອຍເປື້ອນຈາກຜະລິດຕະພັນຈັດແຕ່ງຊົງຜົມສາມາດເຂົ້າໄປອຸດຕັນຮູຂຸມຂົນເຮັດໃຫ້ເປັນອຸປະສັກຕໍ່ການຍາວຂອງເສັ້ນຜົມໄດ້ໂດຍສະເພາະຜະລິດຕະພັນທີ່ໃຊ້ໃນບໍລິເວນຮາກຂອງຜົມໂດຍຕົງເຊັ່ນ Dry shampoo ແລະຜົງແປ້ງທີ່ໃຊ້ເພີ່ມປະລິມານຜົມ ພະຍາຍາມໃຊ້ໃຫ້ໜ້ອຍລົງ ແລະ ຢ່າໃຊ້ຕໍ່ເນື່ອງກັນເປັນເວລາດົນ 3. ຂັດເຊວຜິວໜັງຫົວ ບໍ່ໄດ້ໝາຍເຖິງການໃຊ້ສະຄຣັບຂັດເສັ້ນຜົມ ແຕ່ໃຫ້ໃຊ້ນ້ຳຢາສະຜົມສູດ Detoxifying ຫຼື Exfoliating ທີ່ຈະຊ່ວຍອະນາໄມຢ່າງເລິກເຊິ່ງທຸກໆໜຶ່ງຫຼືສອງອາທິດເພື່ອກຳຈັດຮອຍເປື້ອນຕົກຄ້າງສ່ວນເກີນອອກ 4. ສົ່ງເສີມການງອກຂອງເສັ້ນຜົມດ້ວຍຄາເຟອີນ ມີການວິໄຈຈາກນັກວິທະຍາສາດຊາວເຢຍລະມັນທີ່ University of Lübeck ວ່າຄາເຟອິນສາມາດຊ່ວຍສະກັດກັ້ນຮໍໂມນເພດຊາຍທີ່ເຮັດໃຫ້ຜົມຫຼົ່ນ ແລະຍັງກະຕຸ້ນໃຫ້ເສັ້ນຜົມຍາວໄວຂຶ້ນ ດັ່ງນັ້ນຕອນເລືອກຊື້ນ້ຳຢາສະຜົມເທື່ອໜ້າລອງຊອກຫາສູດທີ່ມີສ່ວນປະສົມຂອງຄາເຟອິນເບິ່ງ 5. ນວດໜັງຫົວເລື້ອຍໆ ການນວດໜັງຫົວຈະຊ່ວຍກະຕຸ້ນການໝຸນວຽນຂອງເລືອດໃຫ້ມາລ້ຽງເສັ້ນຜົມໄດ້ຫຼາຍຂຶ້ນ ຈະໃຊ້ວິທີນວດຫຼືດຶງເສັ້ນຜົມເບົາໆດ້ວຍຕົນເອງ ຫຼືຈະຈັດເຕັມນັດເຂົ້າຄອຣສສະປາຜົມເພື່ອໃຫ້ຜ່ອນຄາຍຢ່າງເຕັມທີ່ກໍຍິ່ງດີ […]
6 ອາການເລີ່ມຕົ້ນຂອງມະເຮັງປາກມົດລູກ!
ໄດ້ຖືກສ້າງຂື້ນວັນທີມະເຮັງປາກມົດລູກເປັນມະເຮັງຊະນິດໜຶ່ງທີ່ກະທົບຜູ້ຍິງໃນໄວໜຸ່ມ ຫຼາຍກວ່າມະເຮັງຊະນິດອື່ນ ເຊິ່ງຖ້າປ່ອຍໃຫ້ຮ້າຍແຮງກໍມີສິດເສຍຊີວິດໄດ້. ແຕ່ບໍ່ຟ້າວຕົກໃຈ ເພາະມັນສາມາດປ້ອງກັນໄດ້ ໂດຍການກວດປາກມົດລູກທີ່ເອີ້ນວ່າ smear test ຢູ່ໂຮງໝໍ ນອກນັ້ນການຊອກຫາຂໍ້ມູນເພື່ອຮຽນຮູ້ແລະເຂົ້າໃຈກ່ຽວກັບມະເຮັງຊະນິດນີ້ເພີ່ມຕື່ມ ກໍຈະຊ່ວຍໃຫ້ທ່ານປ້ອງກັນຕົນເອງໄດ້ ເພາະມັນກໍຄືກັນກັບມະເຮັງຊະນິດອື່ນທີ່ຍິ່ງກວດເຫັນໄວເທົ່າໃດຍິ່ງດີ. ດັ່ງນັ້ນພວກເຮົາຄວນມາເຮັດຄວາມຮູ້ຈັກກັບອາການຂອງມະເຮັງປາກມົດລູກດັ່ງຕໍ່ໄປນີ້: ເລືອດອອກຜິດປົກກະຕິ ໜຶ່ງໃນອາການເລີ່ມຕົ້ນຂອງມະເຮັງປາກມົດລູກແມ່ນເລືອດອອກຜິດປົກກະຕິເຊິ່ງອາດຈະເກີດຂຶ້ນໃນຊ່ວງທີ່ບໍ່ມີປະຈຳເດືອນຫຼືຫຼັງຈາກມີເພດສຳພັນ ສ່ວນຫຼາຍອາການນີ້ຈະເກີດເມື່ອຈຸລັງມະເຮັງເລີ່ມເຕີບໃຫຍ່ຂຶ້ນຢູ່ເນື້ອເຍື່ອຂອງປາກມົດລູກ ແລະເປັນເລື່ອງທີ່ໜ້າເປັນຫ່ວງຫຼາຍ ໂດຍສະເພາະໃນແມ່ຍິງທີ່ໝົດປະຈຳເດືອນແລ້ວ 2. ລົງຂາວຜິດປົກກະຕິ ອີກໜຶ່ງອາການທີ່ຄວນລະວັງແມ່ນເມື່ອທ່ານລົງຂາວຜິດປົກກະຕິ ບໍ່ວ່າຈະເປັນສີ ກິ່ນ ຫຼື ຄວາມໜຽວ ເຊິ່ງຈະເກີດກໍຕໍ່ເມື່ອມະເຮັງເລີ່ມທີ່ຈະຂາດອົກຊີແຊນກໍເລີຍເຮັດໃຫ້ມີການຕິດເຊື້ອ ແລະ ດ້ວຍເຫດນີ້ລົງຂາວຈຶ່ງມີກິ່ນແປກໆ ນອກຈາກນີ້ ການລົງຂາວແບບຜິດປົກກະຕິຍັງເປັນອາການຂອງພະຍາດອື່ນໆອີກ ເພາະສະນັ້ນຖ້າທ່ານມີອາການນີ້ເປັນເວລາດົນນານກໍຄວນໄປປຶກສາກັບທ່ານໝໍ 3. ສຶກເຈັບເວລາມີເພດສຳພັນ ຊ່ວງເລີ່ມຕົ້ນຂອງມະເຮັງປາກມົດລູກຍັງຈະບໍ່ມີອາການນີ້ເທື່ອ ແຕ່ຖ້າທ່ານຮູ້ສຶກເຈັບເວລາມີເພດສຳພັນ ແລະ ເລືອດອອກຫຼັງຈາກນັ້ນ ນີ້ອາດໝາຍຄວາມວ່າມະຮັງໄດ້ລາມໄປເນື້ອເຍື່ອອ້ອມຂ້າງແລ້ວ 4. ນ້ຳໜັກຫຼຸດລົງໂດຍບໍ່ມີສາເຫດ 5, ປວດຂາ ເມື່ອມະເຮັງປາກມົດລູກເຕີບໃຫຍ່ຂຶ້ນເລື້ອຍໆໃນຮ່າງກາຍ ມັນກໍຈະເລີ່ມກົດໃສ່ເສັ້ນປະສາດທີ່ຢູ່ຫຼັງທາງລຸ່ມ ແລະ ແອວ ເຊິ່ງອາດເຮັດໃຫ້ເກີດອາການປວດຂາ ແລະ ບວມ. ເຖິງວ່າສອງຢ່າງນີ້ແມ່ນອາການຂອງພະຍາດອື່ນໆຫຼາຍຊະນິດ ແຕ່ເມື່ອມາລວມກັນແລ້ວອາດສໍ່ເຖິງມະເຮັງປາກມົດລູກ 6, ເຈັບຫຼັງສ່ວນທາງລຸ່ມ ການປວດຫຼັງ ສະໂພກ […]
5 ພຶດຕິກຳທີ່ບໍ່ຄວນເຮັດຖ້າບໍ່ຢາກໃຫ້ຜິວເສຍກ່ອນໄວອັນຄວນ!!!
ໄດ້ຖືກສ້າງຂື້ນວັນທີສາວໆ ຮູ້ຫຼືບໍ່ວ່າການນວດໜ້າເປັນປະຈຳຫຼືການເຂ້າຄລີນິກຕະຫຼອດ ອາດຈະບໍ່ສຳຄັນເທົ່າກັບພຶດຕິກຳທີ່ເຮົາເຮັດຕໍ່ຜິວໜ້າຂອງເຮົາເອງຢູ່ທຸກມື້້້່້ ເພາະພຶດຕິກຳບ່າງຢ່າງກໍເປັນຕົ້ນຕໍຫຼັກທີ່ເຮັດໃຫ້ຜິວໜ້າພັງ ຫຼ໊ ຕ້ອງເຈິບັນຫາຜິວຫ່ຽວກ່ອນໄວໄດ້ ເພາະສະນັ້ນຖ້າໃຜຍັງບໍ່ຮູ້ວ່າກຳລັງເຮັດຫຍັງຜິດກັບໜ້າໂຕເອງ ພວກເຮົາມີຄຳແນະນຳມາຝາກເພື່ອທີ່ຈະໄດ້ປ່ຽນແປງພຶດຕິກຳເຫຼ່ານີ້ ເຊິ່ງຈະຊ່ວຍໃຫ້ຜິວມີຄວາມລຽບນຽນ ແລະ ສຸຂະພາບດີໄດ້ດົນໆ ການໃຊ້ຜະລິດຕະພັນທີ່ມີສ່ວນປະສົມນ້ຳຫອມ ຫຼາຍຄົນກໍຮູ້ໆກັນຢູ່ແລ້ວວ່າ ຄຼີມທາໜ້າທີ່ມີສ່ວນປະສົມນ້ຳຫອມສາມາດເຮັດໃຫ້ເກີດອາການແພ້ໄດ້ ແລະບາງເທື່ອກໍເບິ່ງບໍ່ອອກວ່າແມ່ນຫຍັງທີ່ເຮັດໃຫ້ເກີດອາການແພ້ ເພາະສະນັ້ນຖ້າເປັນໄປໃດ້ເຮົາຄວນພະຍາຍາມຫຼີກລ່ຽງການໃຊ້ຜະລິດຕະພັນເຫຼ່ານີ້ໄວ້ກ່ອນ ເນື່່ອງຈາກວ່ານ້ຳຫອມບາງເທື່່ອກໍມາຈາກທຳມະຊາດ ແຕ່ບາງເທື່ອກໍແມ່ນສານເຄມີ ນອກຈາກນັ້ນຍັງຄວນຫຼີກລ່ຽງແຟັບທີ່ມີກິ່ນຫອມພ້ອມໂດຍສະເພາະເວລາທີ່ເຮົາເອົາມາຊັກຜ້າ ແລ້ວເອົາເສື້ອຜ້າມາໃສ່ຖືກກັບຜິວຮ່າງກາຍ ອາດເຮັດໃຫ້ເກີດ ອາການແພ້ຢູ່ຜິວກາຍໄດ້ຄືກັນເຊັ່ນ ຜື່ນແດງ ອາການຄັນເປັນຕົ້ນ ການບໍ່ທາຄຼີມກັນແດດທຸກມື້ ເຖິງວ່າເຮົາຈະບໍ່ໄດ້ຢູ່ກາງແດດເຮງກໍຕາມ ແຕ່ລັງສີ UVA ທີ່ເປັນໂຕທຳລາຍຄອລລະເຈັນ ແລະ ອີລາສຕິນພາຍໃນຜິວ ສົ່ງຜົນໃຫ້ເກີດຮອຍຫ່ຽວ ກ່ອນໄວ ກໍສາມາດສ່ອງເຂົ້າມາທຳລາຍຜິວໃດ້ໂດຍບໍ່ຮູ້ໂຕ ເພາະສະນັ້ນບໍ່ວ່າຈະຢູ່ບ້ານ ຫຼື ບ່ອນເຮັດວຽກໝົດມື້ ທຸກໆເຊົ້າຢ່າລືມທາຄຼີມກັນແດດໃຫ້ເປັນນິໄສ ການຂັດຜິວຮຸນແຮງເກີນໄປ ຜູ້ຊ່ຽວຊານດ້ານຜິວໜັງໄດ້ແນະນຳວ່າການຂັດຜິວດ້ວຍຄວາມຮຸນແຮງເກີນໄປ ໂດຍສະເພາະຄົນທີ່ມີຜິວແພ້ງ່າຍ ເພາະຜິວໜັງຈຳເປັນຕ້ອງມີຊັ້ນປົກປ້ອງຈາກມົນລະພິດອາກາດຕ່າງໆ ສະນັ້ນການຂັດຜິວແຮງໆ ກໍເທົ່າກັບການທຳລາຍຊັ້ນປ້ອງກັນຂອງຜິວ ເຮັດໃຫ້ເກີດຜື່ນແດງແລະອາການລະຄາຍເຄືອງຕ່າງໆໄດ້ງ່າຍ ນອກຈາກນັ້ນຖ້າໃຜມີບັນຫາເປັນສິວກໍຕ້ອງລະວັງເປັນພິເສດພ້ອມ ເພາະແຮງເຮັດໃຫ້ບັນຫາສິວແຜ່ກະຈາຍເຊື້ອໄດ້ຫຼາຍກວ່າເກົ່າ ການນອນຫຼັບພັກຜ່ອນບໍ່ພຽງພໍ ນີ້ກໍເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຜິວເຮົາພັງໄດ້ ເພາະການນອນຫຼັບພັກຜ່ອນຈະຊ່ວຍໃຫ້ຜິວມີເວລາໃນການຟື້ນຟູ ລອງສັງເກດວ່າຖ້າເຮົາອົດຫຼັບອົດນອນເປັນເວລາຫຼາຍຄືນຕິດຕໍ່ກັນ ຜິວໜ້າກໍຈະໝົ່ນໝອງແລະໂຊມ ນອກຈາກນັ້ນຍັງເຮັດໃຫ້ເກີດຄວາມຄຣຽດ ຈົນຮ່າງກາຍແລະຜິວຕ້ອງສ້າງອະນຸມູນອິດສະລະຂຶ້ນມາເຊິ່ງສິ່ງນີ້ແມ່ນໂຕທຳລາຍຜິວນັ້ນເອງ ເພາະສະນັ້ນຖ້າເປັນໄປໄດ້ຄວນນອນໃຫ້ຄົບ […]