ໃນໄລຍະປັ່ນວຽກ ຫຼາຍຄົນອາດເພີດເພີນກັບການເຮັດວຽກ ຈົນນອນເດິກ ,ພັກຜ່ອນບໍ່ພຽງພໍ ເຊີ່ງຫຼາຍຄົນຄົງຮູ້ກັນດີຢູ່ແລ້ວແມ່ນບໍ່ວ່າການນອນພັກຜ່ອນຄວນໃຊ້ເວລາປະມານ 7-8 ຊົ່ວໂມງ ຕໍ່ມື້ ຖ້າເຮົານອນໜ້ອຍ ຫຼື ນອນເດິກກໍອາດເຮັດໃຫ້ການເຕັ້ນຂອງຫົວໃຈ ແລະ ຄວາມດັນເລືອດເພີ່ມຂື້ນ ເຊິ່ງສົ່ງຜົນໃຫ້ເຈັບຫົວໃນຕອນເຊົ້າໄດ້ ຫາກຕື່ນມາແລ້ວມີອາການເຈັບຫົວທ່ານສາມາດນອນຕໍ່ຈັກປະມານ 20-30 ນາທີ່ ແຕ່ຫ້າມກາຍນັ້ນ ເພາະຈະເຮັດໃຫ້ຍິ່ງເຈັບຫົວຂື້ນຕື່ມ ຂອບໃຈຂໍ້ມູນຈາກ:https://www.akerufeed.com/…/7-things-that-may-cause ______ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້
ຂ່າວ
ໄຂຂໍ້ຂ້ອງໃຈ! ແມ່ລູກອ່ອນຜົມຫຼົ່ນເກີດຈາກຫຍັງຮັບມືຈັ່ງໃດດີ ?
ໄດ້ຖືກສ້າງຂື້ນວັນທີກວິໄຂຄົ້ນພົບວ່າແມ່ມານ ຫຼື ແມ່ລູກອ່ອນປະມານ40-50 ມັກຈະເຈິບັນຫາຜົມຫຼົ່ນແບບປະຕິເສດບໍ່ໄດ້ ແຕ່ກໍເປັນພຽງອາການຊົ່ວຄາວ ແລະ ເກີດຂຶ້ນໃນຊ່ວງກຳລັງຖືພາເທົ່ານັ້ນ ຈາກນັ້ນຫຼັງຈາກເກີດລູກໄປໄດ້ໄລຍະໜຶ່ງກໍຈະກັບເປັນປົກກະຕິ ໂດຍສາເຫດ ແລະ ວິທີປ້ອງກັນແມ່ນຫຍັງນັ້ນເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ ສາເຫດທີ່ເຮັດໃຫ້ຜົມຫຼົ່ນ ສຳລັບສາເຫດທີ່ເຮັດໃຫ້ຜົມຫຼົ່ນມີ3ສາເຫດຫຼັກໆດັ່ງນີ້: 1 ຮໍໂມນມີການປ່ຽນແປງ ໃນຊ່ວງຖືພາຮໍໂມນຈະປ່ຽນແປງ ຈຶ່ງສົ່ງຜົນເຮັດໃຫ້ອາການຜົມຫຼົ່ນ ເຊິ່ງໃນການປ່ຽນແປງຂອງຮໍໂມນໃນຮ່າງກາຍໃນຊ່ວຍທີ່ກົລັງຖືພາ ຂະໄປຢຸດ ແລະ ຂັດຂວາງການຈະເລີນເຕີບໂຕຂອງເສັ້ນຜົມຈຶ່ງເຮັດໃຫ້ເສັ້ນຜົມ 2. ຮ່າງກາຍຂາດສານອາຫານ ເປັນເລື່ອງປົກກະຕິທີ່ຮ່າງກາຍໃນຊ່ວງຖືພາຈະມີຄວາມຕ້ອງການສານອາຫານຜິດປົກກະຕິ ເຊິ່ງຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ ຢ່າງເຊັ່ນທາດເຫຼັກທີ່ບໍ່ພຽງພໍ ແລະ ວິຕາມິນ ໂປຕຼິນ ແຮ່ທາດບາງຊະນິດ ວິຕາມິນບີຄອມເພຼັກ ແລະ ໄບໂອຕິນ ກໍສາມາດເຮັດໃຫ້ຜົມຫຼົ່ນໄດ້ ແລະ ບາງຄົນທີ່ແພ້ທ້ອງຕະຫຼອດ ຫຼື ຮາກເລື້ອຍໆ ກໍເຮັດໃຫ້ຮ່າງກາຍຂາດສານອາຫານພາໃຫ້ເກີດອາການຜົມຫຼົ່ນໄດ້ເຊັ່ນກັນ 3. ມີອາການປ່ວຍບາງຊະນິດ ແມ່ໆມານທີ່ມີອາການປ່ວຍຢ່າງເຊັ່ນ ເບົາຫວານ ຄວາມດັນໂລຫິດສູງ ຫຼື ມີພາວະຊຶມເສົ້າຈຳເປັນຕ້ອງໃຊ້ຢາອາການດັ່ງກ່າວນັ້ນ ກໍມີສ່ວນເຮັດໃຫ້ແມ່ມານຜົມຫຼົ່ນໄດ້ ວິທີດູແລອາການຜົມຫຼົ່ນ່ນໃນຊ່ວງຖືພາ ບໍ່ຄວນຫວີຜົມດຸ ເພາະຈະເຮັດໃຫ້ເສັ້ນຜົມຍິ່ງອ່ອນແອ ແລະ ຫຼົ່ນໄດ້ງ່າຍ ບໍ່ຄວນມັດຜົມແໜ້ນເກີນໄປ ຫຼີກລ່ຽງການໃຊ້ສານເຄມີ ຫຼື ງົດເຮັດສີຜົມ ແລະ ຢືດຜົມ ເລືອກໃຊ້ຢາສະຫົວສູດອ່ອນໂຍນ ເພື່ອໃຫ້ອາການແພ້ ຫຼື ລະຄາຍເຄືອງໜັງຫົວດີຂຶ້ນ ໝັ່ນໃຊ້ມືນວດໜັງຫົວຈະຫຼອດລະຫວ່າງກຳລັງສະຜົມເພື່ອເປັນການກະຕຸ້ນການໄຫຼວຽນເລືອດ ກິນໝາກໄມ້ ແລະ ຜັກທີ່ມີສານຕ້ານອະນຸມູນອິດສະຫຼະ […]
ລວມໄອເດຍການໃສ່ກະໂປ່ງແນວ Earth Tone ໄວ້ໃສ່ໄປຖ່າຍຮູບຄາເຟ່!!
ໄດ້ຖືກສ້າງຂື້ນວັນທີສະບາຍດີ ສາວໆຮັກມີແຜນທີ່ໜ້າຮັກທຸກຄົນ ມື້ນີ້ເຮົາມີໄອເດຍການໃສ່ກະໂປ່ງສັ້ນ ແລະ ກະໂປ່ງຍາວໄປຖ່າຍຮູບງາມໆຢູ່ຄາເຟ່ມາຝາກກັນ ເຊິ່ງຈະເປັນໂທນສີນ້ຳຕານ ສີຄຼີມລະມຸນໆ ໜ້າຮັກສຸດໆ ອັບຮູບລົງເຟສບຸກຮັບຮອງໃຜເຫັນເປັນຕ້ອງຢາກກົດ like ເປັນແນວໃດສາວໆ ບາດນີ້ກໍມີໄອເດຍໃນການແຕ່ງໂຕແລ້ວແມ່ນບໍ່ໍ… ແຕ່ບໍ່ຈຳເປັນວ່າຕ້ອງໄປແຕ່ງຕາມຮູບເປະໆກໍໄດ້ເດີ້ ປະຍຸກກັບສິ່ງທີ່ເຮົາມີກໍງາມໄດ້ຄືກັນນີ້ພຽງເປັນແນວທາງໃຫ້ທຸກຄົນໄດ້ເບິ່ງ ຖ້າມັກຝາກສາວໆກົດ like ກົດ share ເປັນກຳລັງໃຈໃຫ້ເຮົາແນ່ເດີ້ ຮຽບຮຽງໂດຍ : ເທບທິດາ (ແຟລີ້) ຂອບໃຈຂໍ້ມູນຈາກ: https://sistacafe.com/summaries/79039 ______ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້
ເຊັກດ່ວນ ! ເຄື່ອງໃຊ້ປະຈຳວັນຂອງທ່ານໝົດອາຍຸ ຫຼື ຍັງ?
ໄດ້ຖືກສ້າງຂື້ນວັນທີທູກຢ່າງມີເວລາຂອງມັນ ເຄື່ອງໃຊ້ປະຈຳວັນກໍເຊັ່ນກັນ ມີເຄື່ອງຂອງຫຼາຍຢ່າງທີ່ເຖິງແມ້ວ່າຈະໝົດອາຍຸແລ້ວແຕ່ຍັງຄົງສະພາບໄວ້ໄດ້ ແຕ່ບໍ່ຄວນນຳກັບມາໃຊ້ງານແລ້ວ ເອີ້ນໄດ້ວ່າເປັນເຄື່ອງທີ່ໝົດອາຍຸແລ້ວແຕ່ບໍ່ລະບຸມື້ໝົດອາຍຸນັ້ນເອງ ເຊິ່ງອາຍູການໃຊ້ງານຂອງເຄື່ອງໃຊ້ກໍຂຶ້ນກັບໄລຍະເວລາ ແລະ ຄວາມຖີ່ຕັ້ງແຕ່ເຮົາເລີ່ມໃຊ້ງານນັ້ນເອງ ໃຍອາບອາບນ້ຳ ໃຍອາບນ້ຳທີ່ເຮັດດ້ວຍພາສຕິກ ມີລັກສະນະຄືກັບຕາໜ່າງຊ້ອນໆກັນຫາຊື້ໄດ້ທົ່ວໄປ ປະໂຫຍດຂອງມັນຄືການຊ່ວຍໃຫ້ສະບູອາບນ້ຳຂອງເຮົາເກີດຟອງນຸ້ມຟູ ແລະ ອາບນ້ຳສະອາດຂຶິ້ນ ເປັນສິ່ງທີ່ຕ້ອງຖືກນ້ຳທຸກໆມື້ເລີຍເຮັດໃຫ້ເກີຄວາມຊື້ນ ເປັນສາເຫດເຮັດໃຫ້ເກີດແບ໊ກທີເຣຍສະສົມ ອາຍຸການໃຊ້ງານ : ຄວນປ່ຽນທຸກໆ 2 ເດືອນ 2.ຜ້າເຊັດໜ້າ ຫຼື ຜ້າເຊັດຕົວ ບາງຄົນໃຊ້ກັນແບບຂາດໄປຂ້າງໜຶ່ງກະຍັງບໍ່ປ່ຽນ ຈົນຈື່ບໍ່ໄດ້ວ່າໃຊ້ມາຈັກປີແລ້ວ ແຕ່ທີ່ຈິງແລ້ວຜ້າເຊັດໜ້າກໍມີເວລາຂອງມັນ ເພາະເຮົາໃຊ້ເຊັດທູກໆມື້ເປັນສິ່ງທີ່ເຈິກັບຄວາມຊື້ນ ເປັນສາເຫດໃຫ້ເກີດເຊື້ອລາ ແລະ ແບ໊ກທີເຣີຍ ອາຍຸການໃຊ້ງານ: 1-3ປີ 3. ແປງຖູແຂ້ວ ຂົນແປງເປັນເປັນແຫຼ່ງສະສົມຂອງແບ໊ກທີເຣີຍ ຖ້າເຮົາໃຊ້ເກີນເວລາທີ່ກຳນົດຈະສົ່ງຜົນເສຍໃຫ້ແກ່ສຸຂະພາບຊ່ອງປາກ ອາຍຸການໃຊ້ງານ: 3 ເດືອນ 4.ໝອນ ໝອນສາມາດເກັບຝຸ່ນໄດ້ດີ ສາມາດເຮັດໃຫ້ເຮົາປ່ວຍໄດ້ງ່າຍ ແລະ ຖ້າຫາກໝອນປ່ຽນຮູບຮ່າງກໍຈະເຮັດໃຫ້ນອນແລ້ວເກີດອາການປວດເມື່ອຍໄດ້ ອາຍຸການໃຊ້ງານ: 2-3ປີ 5.ເສື້ອຊ້ອນ ໃສ່ເສື້ອຊ້ອນເກົ່າຫຼາຍອາດຈະເຮັດໃຫ້ໜ້າເອິກຂອງເຮົາເສຍຮູບຊົງໄດ້ ຖ້າເລີ່ມຮູ້ສຶກວ່າໃສ່ບໍ່ສະບາຍກໍຕ້ອງຍອມປ່ຽນ ແລະ ຕັດໃຈຖິ້ມໂລດ […]
ເຮັດວຽກ Teamwork ແບບໃດໃຫ້ມີປະສິດທິພາບ???
ໄດ້ຖືກສ້າງຂື້ນວັນທີການເຮັດວຽກເປັນທີມ ເປັນຮູບແບບການເຮັດວຽກໃນຝັນຂອງຫຼາຍຄົນ ເພາະຜົນລັບຂອງການເຮັດວຽກຮູບແບບນີ້ ມັກຈະພົບຄວາມສຳເລັດເປັນຢ່າງດີ ເຮັດໃຫ້ອົງກອນເຕີບໂຕຂຶ້ນຢ່າງໄວວາ ໂດຍການເຮັດວຽກແບບເປັນທີມທີ່ມີປະສິດທິພາບປະກອບດ້ວຍ 6 ຂໍ້ດັງນີ້: 1 ເຂົ້າໃຈການເຮັດວຽກຂອງຕົນເອງ ແລະ ຄົນອື່ນ ຈຸດເລີ່ມຕົ້ນຂອງການເຮັດວຽກຢ່າງມີປະສິດທິພາບກໍຄື ຜູ້ປະຕິບັດງານ ເຊິ່ງເປັນຜູ້ທີ່ສຳຄັນທີ່ສຸດ ເພາະການທີ່ມີບຸກຄະລາກອນມາຮວມໂຕກັນ ລວມທັງມີຄວາມເຂົ້າໃຈໃນການເຮັດວຽກຂອງຜູ້ອື່ນໃນທີມ ໂດຍອາໄສຂໍ້ດີເກື້ອກູນເຊິ່ງກັນ ແລະ ກັນ ຫາກມີຈຸດໃດທີ່ແຕກຕ່າງກັນຫຼາຍ ກໍຕ້ອງປັບຄວາມເຂົ້າໃຈກັນຄືນໃໝ່. 2 ສ້າງ ແລະ ໂຟກັດເປົ້າໝາຍຮ່ວມກັນ ເມື່ອເຮັດວຽກເປັນທີມກໍຄວນວາງແຜນໂດຍສ້າງເປົ້າໝາຍຮ່ວມກັນ ເພື່ອໂຟກັດໃນການເຮັດວຽກຮ່ວມກັນ ແລະ ເພື່ອໃຊ້ເປັນແນວທາງໃນການປະຕິບັດງານໃຫ້ບັນລຸຄວາມສຳເລັດຕາມພາລະກິດ ເຊິ່ງການກຳນົດ ວັດຖຸປະສົງທີ່ດີ ຄວນມີການກຳນົດຂອບເຂດໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະຄົນໃຫ້ຊັດເຈນ ແຕ່ໂຟກັດໃນສິ່ງດຽວກັນ ເພື່ອໃຫ້ເປັນການຮ່ວມມືຮ່ວມໃຈ ແລະ ວັດແທກຄວາມສຳເລັດຂອງທີມ ໂດຍອາດຈະຂຽນວັດຖຸປະສົງ ແລະ ໜ້າທີ່ຂອງແຕ່ລະຄົນເປັນລາຍລັກອັກສອນໃຫ້ເຂົ້າໃຈງ່າຍ ແລະ ເຮັດໄດ້ແທ້ ສະໜອງນໂຍບາຍຂອງອົງກອນ. 3 ສ້າງທີມດ້ວຍຄວາມສາມາດ ແລະ ຈຸດເດັ່ນຂອງແຕ່ລະຄົນ ເມື່ອກຳນົດໜ້າທີ່ ແລະ ຄວາມຮັບຜິດຊອບຂອງວຽກງານແຕ່ລະຄົນຕາມຄວາມສາມາດ, ຕຳແໜ່ງ ແລະ ປະສົບການແລ້ວ, ຫົວໜ້າທີມຄວນຊອກຫາຈຸດເດັ່ນຂອງແຕ່ລະຄົນ ໃນເລື່ອງຂອງການເຮັດວຽກ […]
ຄວາມສຸກ ສາມາດຝຶກເປັນນິໃສໄດ້!
ໄດ້ຖືກສ້າງຂື້ນວັນທີຮູ້ຫຼືບໍ່ວ່າ “ຄວາມສຸກ” ທີ່ໃຜໆກໍຊອກຫານັ້ນທີ່ຈິງແລ້ວເປັນສິ່ງທີ່ເຮົາສາມາດສ້າງໃຫ້ກາຍເປັນນິໄສໄດ້ ເຖິງແມ້ “ສະໝອງ” ຂອງຄົນເຮົາບໍ່ໄດ້ອອກແບບມາໃຫ້ມີຄວາມສຸກໄດ້ຕະຫຼອດເວລາ ແຕ່ເຮົາສາມາດຝຶກສະໝອງໃຫ້ຄິດບວກໄດ້ ສະໝອງກໍຄືກັບ “ກ້າມເນື້ອ” ທີ່ສາມາດຝຶກໃຫ້ຈື່ຈຳໄດ້ ນັ້ນໝາຍຄວາມວ່າເຮົາສາມາດຝຶກສະໝອງໃຫ້ປ່ຽນແປງໄດ້ເຊັ່ນກັນ ພຽງແຕ່ຕ້ອງໄດ້ເຮັດຊ້ຳໆ ແລະ ເຮັດຢ່າງສະໝ່ຳສະເໝີຈົນກາຍເປັນ “ນິໄສໃໝ່” ຂອງເຮົາ ຫາກຈະປ່ຽນຄວາມຄິດໃນສະໝອງຂອງເຮົາໃຫ້ຄິດບວກ ກໍ່ຈຳເປັນຕ້ອງຈົດຈໍ່ກັບການຄິດບວກໃຫ້ໄດ້ຢ່າງຕໍ່ເນື່ອງ ແລະ ເຮັດສິ່ງນັ້ນຊ້ຳໆ ເຊິ່ງເທັກນິກທີ່ເປັນທີ່ນິຍົມກັນຄື ການຄິດຫາແຕ່ເລື່ອງດີໆທີ່ເກີດຂຶ້ນກັບເຮົາໃນມື່ນັ້ນໃຫ້ໄດ້3ເລື່ອງໃນທຸກໆມື້ ຈາກນັ້ນໃຫ້ບັນທຶກເລື່ອງດີໆທີ່ເກີດຂຶ້ນເອົາໄວ້ກ່ອນຈະເຂົ້ານອນໃນແຕ່ລະຄືນ ເຊິ່ງມີຜົນການວິໄຈທີ່ພົບວ່າ ວິທີການນີ້ຈະສົ່ງຜົນຕໍ່ຄຸນນະພາບຊີວິດທີ່ດີຂຶ້ນໄດ້ໃນໄລຍະຍາວ ແລະ ຍັງຊ່ວຍໃຫ້ບົ່ມເພາະນິໄສແຫ່ງຄວາມສຸກໃຫ້ເກີດຂຶ້ນກັບຕົວໄປເທື່ອລະໜ້ອຍອີກດ້ວຍ ດັ່ງນັ້ນ ການເຕືອນໃຫ້ຕົນເອງຂຽນເລືອງດີໆໃນແຕ່ລະມື້ ຈຶ່ງເທົ່າກັບການປັບສະໝອງຂອງເຮົາໃຫ້ຄິດບວກຫຼາຍຂຶ້ນ ແລະ ເປັນການສ້າງຄວາມຄິດໃໝ່ໆໃຫ້ເກີດຂຶ້ນຈົນສະໝອງຈົດຈຳສິ່ງເຫຼົ່ານັ້ນໄດ້ຢ່າງເປັນທຳມະຊາດນັ້ນເອງ ນອກຈາກນີ້ ຍັງມີຜົນການສຶກສາໜຶ່ງທີ່ພົບວ່າການຝຶກຂອບໃຈສິ່ງດີໆ ທີ່ເກີດຂຶ້ນກັບຕົວເຮົາໃນທຸກໆມື້ສາມາດເຮັດໃຫ້ມີຄວາມສຸກເພີ່ມຂຶ້ນ25% ເລີຍທີດຽວ ພຽງແຕ່ບໍ່ຂຽນເລື່ອງເກົ່າຊ້ຳໆແຕ່ຂຽນຂອບໃຈໃນເລື່ອງໃໝ່ໆໃຫ້ໄດ້ໃນທຸກມື້ ວິທີການນີ້ຈະເປັນການບັງຄັບໃຫ້ເຮົາຕ້ອງປັບປຸງມຸມມອງໃຫມ່ ເພາະຕ້ອງຄິດຫາເລື່ອງໃນມຸມບວກມາຂຽນໃຫ້ໄດ້ໃນແຕ່ລະມື້ ສະໝອງຈຶງຖືກຄິດແຕ່ເລື່ອງດີໆທີ່ເກີດຂຶ້ນຈົນກາຍເປັນນິໄສຕິດຕົວແບບບໍ່ຮູ້ຕົວ ເມື່ອຄວາມສຸກສ້າງໃຫ້ເປັນນິໄສໄດ້ງ່າຍໆແບບນີ້ ການເປັນຄົນຄິດບວກຈຶງບໍ່ແມ່ນເລື່ອງຍາກ ແລະ ຖ້າເຮັດໄດ້ເມື່ອໃດກໍຈະເຫັນຄວາມປ່ຽນແປງດີໆທີ່ເກີດຂຶ້ນກັບຕົວເອງ ໂດຍບໍ່ຈຳເປັນຕ້ອງໄປຊອກຫາຄວາມສຸກຈາກຄົນອື່ນໃຫ້ເມື່ອຍໃຈອີກຕໍ່ໄປ ຮຽບຮຽງໂດຍ: ເທບທິດາບ ບຸນເຮືອງ […]
ໄອເດຍເຮັດເລັບໜ້າຮັກໆ ສຳລັບຄົນເລັບສັ້ນ!
ໄດ້ຖືກສ້າງຂື້ນວັນທີສາວໆຄົນໃດເລັບສັ້ນແຕ່ຢາກເຮັດເລັບງາມໆບໍ່ໃຫ້ເລັບຫຼ້ອນເກີນໄປ ແຕ່ເວລາຫາໄອເດີຍມັກຈະເຈິແບບທີ່ເໝາະກັບເລັບຍາວບໍ່ຄ່ອຍມີລາຍສຳລັບເລັບສັ້ນປານໃດ ເຊິ່ງມື້ນີ້ ຮັກມີແຜນ ຈະມາເອົາໃຈສາວໆເລັບສັ້ນດ້ວຍໄອເດຍເຮັດເລັບໜ້າຮັກໆມາຝາກຫວັງວ່າຈະຖືກໃຈສາວໆຫຼາຍໆຄົນ ເປັນທີ່ຮິດຮ໋ອດກັນສຸດໆ ເພີ່ມຄວາມຟູ້ງຟິ້ງໃຫັກັບນິ້ວມື ໃຜທີ່ບໍ່ມັກອີ່ຫຍັງທີ່ມັນເວີ້ເກີນໄປ ແນະນຳແນວລຽບໆໃສໆແບບນີ້ກໍເໝາະ ຂຽບຮຽງໂດຍ: F’fairy Thepthida ______ຂໍ້ມູນເພີ່ມຕື່ມ:ສາຍດ່ວນຂໍຄຳປຶກສາເລື່ອງສຸຂະພາບຈະເລີນພັນ ແລະ ການປ້ອງກັນການມີລູກທີ່ບໍ່ພ້ອມ ໂທ: 020 55 566 617 ຂໍ້ຄວາມ: https://www.facebook.com/HukMiPlan/inbox/ເວັບໄຊທ: hukmiplan.comຢູທູບ: https://www.youtube.com/channel/UCa4_oov7yrmibBJ_rxpRCXg#ຮັກມີແຜນ#ຖາມເອື້ອຍໄດ້
ວີທີເພີ່ມໄຟໃນການເຮັດວຽກ ທີ່ຈະຊ່ວຍໃຫ້ມະນຸດເງິນເດືອນມີຄວາມສຸກຫຼາຍຂຶ້ນ!!
ໄດ້ຖືກສ້າງຂື້ນວັນທີຊີວິດໃນໄວເຮັດວຽກຫຼາຍໆ ຄົນຄົງຈະເຄີຍປະສົບກັນມາແດ່ກັບບັນຫາຫຼາກຫຼາຍຮູບແບບ ເຊິ່ງແຕ່ລະຄົນກໍມີວິທີຮັບມືທີ່ແຕກຕ່າງກັນອອກໄປ ແຕ່ມີບັນຫາໜຶ່ງທີ່ເປັນຕາຢ້ານທີ່ສຸດສໍາລັບມະນຸດເງິນເດືອນ ກໍຄື ການໝົດໄຟໃນການເຮັດວຽກ ສົ່ງຜົນກະທົບເຖິງປະສິດທິພາບໃນການເຮັດວຽກ ຈົນອາດຈະນໍາໄປເຖິງການລາອອກ… ດັ່ງນັ້ນ ເພື່ອເປັນການປ້ອງກັນການໝົດໄຟນການເຮັດວຽກ ເຮົາຕ້ອງຊອກວິທີທີ່ຈະຊ່ວຍເພີ່ມໄຟຂຶ້ນມາ ທີ່ນອກຈາກຊ່ວຍໃຫ້ເຮົາໄດ້ເຮັດວຽກແບບເຕັມທີ່ຫຼາຍຂຶ້ນ ລວມເຖິງຄຸນນະພາບຊີວິດໃນແຕ່ລະມື້ກໍຈະດີຂຶ້ນນໍາ ແຕ່ການແກ້ບັນຫານັ້ນກໍຄວນທີ່ຈະເຮັດໃຫ້ກົງຈຸດ ຖ້າບໍ່ດັ່ງນັ້ນກໍຈະເສຍເວລາລ້າ ດີບໍ່ດີ ອາດຈະແກ້ບໍ່ໄດ້ເລີຍ… ຖ້າຮູ້ສຶກວ່າຕົວເອງກໍາລັງໝົດໄຟໃນການເຮັດວຽກລອງເຮັດຕາມວິທີເຫຼົ່ານີ້ເບິ່ງເດີ້!! 1. ໃຫ້ເວລາກັບເລື່ອງອື່ນຫຼາຍຂຶ້ນ ບັນຫາຫຼັກຂອງການເຮັດວຽກກໍຄື ເຮົາມັກຈະບໍ່ມີເວລາໃຫ້ກັບເລື່ອງອື່ນໆ ໃນຊີວິດເລີຍ ເຮັດໃຫ້ຊີວິດມີແຕ່ວຽກ ແລະ ເປັນການເພີ່ມຄວາມກົດດັນຈົນເຮັດໃຫ້ເຮົາເມືື່ອຍກັບການເຮັດວຽກ ດັ່ງນັ້ນ ການເພີ່ມເວລາໃຫ້ກັບສິ່ງອື່ນໆ ເຊັ່ນ ງານອະດິເລກ ພັກຜ່ອນ ຄວາມບັນເທີງ ກໍຈະຊ່ວຍໃຫ້ເຮົາຄິດເລື່ອງອືື່ນ ແລະ ຫຼຸດຄວາມຕຶງຄຽດໃນການເຮັດວຽກລົງໄດ້ ສົ່ງຜົນໃຫ້ການເຮັດວຽກດີຂື້ນໄດ້… 2. ໄປທ່ອງທ່ຽວ ເປີດຫູເປີດຕາ ແນ່ນອນວ່າສິ່ງເຫຼົ່ານີ້ອາດຈະເປັນຕົວເລືອກທໍາອິດ ຂອງໃຜຫຼາຍໆຄົນທີ່ຢາກເພີ່ມໄຟໃນການເຮັດວຽກ ເພາະການໄດ້ໄປທ່ອງທ່ຽວຖືວ່າເປັນການເປີດໂລກໃຫ້ກັບຕົວເອງ ຊ່ວຍໃຫ້ເຮົາໄດ້ຮ-ຽນຮູ້ສິ່ງໃໝ່ໆ ເພີ່ມໄຟໃນການໃຊ້ຊີວິດ ແລະ ການເຮັດວຽກໃຫ້ຫຼາຍຂຶ້ນ 3. ຈັດລະບຽບຊີວິດໃໝ່ ຈັດລະບຽບໃນທີ່ນີ້ອາດຈະເປັນການຈັດໂຕະເຮັດວຽກໃໝ່ ຈັດລະບຽບຟາຍວຽກໃນຄອມພິວເຕີ ເຄຣຍເອກະສານ ຫຼືສິ່ງຂອງທີ່ບໍ່ໃຊ້ແລ້ວຖິ້ມໄປ ເພີ່ມພື້ນທີ່ສີຂຽວໃຫ້ກັບຊີວິດດ້ວຍການນໍາຕົ້ນໄມ້ນ້ອຍໆ ມາວາງໄວ້ປະດັບໂຕະເຮັດວຽກ ຈັດສັນເວລາໃນແຕ່ລະມື້ໃຫ້ກັບການເຮັດວຽກ ແລະ ຊີວິດທົ່ວໄປຢ່າງລົງຕົວ […]
ຕອນໄປສໍາພາດວຽກ ຢ່າເຮັດສິ່ງນີ້ເດັດຂາດ!
ໄດ້ຖືກສ້າງຂື້ນວັນທີປັດຈຸບັນໃນການສໍາພາດວຽກຄົນບາງຄົນອາດເບິ່ງຂ້າມບາງສິ່ງທີ່ຕົນເອງຄິດວ່າມັນບໍ່ເປັນ ເປັນຕົ້ນແມ່ນການນຸ່ງຖື ສິ່ງຂອງທີ່ເຈົ້າໃສ່ໃນການສໍາພາດວຽກເປັນສິ່ງທີ່ສະແດງໃຫ້ເຫັນເຖິງຕົວຕົນຂອງເຈົ້າ ດັ່ງນັ້ນ ເຈົ້າຕ້ອງໝັ່ນໃຈວ່າຊຸດທີ່ເຈົ້າສວມໃສ່ ຈະສ້າງຄວາມປະທັບໃຈໃຫ້ກັບອົງກອນທີ່ເຈົ້າຈະໄປສໍາພາດ ຫຼັັກການທີ່ເຈົ້າຄວນປະຕິບັດກໍຄືເລືອກຊຸດທີ່ເໝາະສົມກັບອົງກອນ ຫຼືບໍລິສັດທີ່ເຈົ້າສະມັກວຽກນໍາ ດັ່ງນັ້ນ ຄວນສຶກສາລ່ວງໜ້າ ເພື່ອໃຫ້ຮູ້ວ່າຊຸດທີ່ຕ້ອງໃສ່ໃນການເຮັດວຽກໃນອະນາຄົດຂອງເຈົ້າເປັນແນວໃດ ຖ້າວ່າສະພາບແວດລ້ອມທີ່ບໍ່ເປັນທາງການ ແຕ່ເຈົ້າແຕ່ໂຕບໍ່ເໝາະເຊັ່ນວ່າ ສຸພາບ ໃສ່ສູດ… ອາດຈະສົ່ງຜົນຕໍ່ໂອກາດທີ່ເຈົ້າຈະໄດ້ເຮັດວຽກ ເຊັ່ນວ່າ ການແຕ່ງຕົວແບບສະບາຍ ເກີນໄປກໍອາດຈະພາດໂອກາດໄດ້ຄືກັນ ເລື່ອງ Style ການແຕ່ງຕົວເຮົາສາມາດປັບປ່ຽນກັນໄດ້ຕາມຄວາມເໝາະສົມ ແຕ່ 2 ເລື່ອງທີ່ຫ້າມເຮັດໂດຍເດັດຂ້າມກ່ອນທີ່ເຈົ້າຈະໄປສໍາພາດວຽກນັ້ນກໍຄື ຫຼີກລ່ຽງການໃສ່ນໍ້າຫອມທີ່ມີກິ່ນແຮງ ການທີ່ເຮົາໃສ່ນໍ້າຫອມກ່ອນຈະໄປສໍາພາດວຽກເປັນເລື່ອງທີ່ບໍ່ຜິດ ແຕ່ວ່າເຮົາບໍ່ຄວນໃສ່ນໍ້າຫອມທີ່ມີກິ່ນທີ່ແຮງເກີນໄປ ນອກຈາກນີ້ຍັງເຫັນວ່າຫຼາຍໆຄົນແພ້ກິ່ນນໍ້າຫອມ ເລື່ອງນີ້ເປັນເລື່ອງໃຫຍ່ໃນບາງອົງກອນ ຈົນບາງບ່ອນຕ້ອງຫ້າມໃຊ້ນໍ້າຫອມ ຖ້າເປັນແບບນີ້ເຈົ້າອາດຈະບໍ່ຢາກຕົກສໍາພາດຕັ້ງແຕ່ຮອບທໍາອິດແມ່ນບໍ ຖ້າວ່ານໍ້າຫອມນັ້ນກິ່ນແຮງເກີນໄປ ກໍອາດຈະເຮັດໃຫ້ຜູ້ສໍາພາດເຈົ້າຕັດບົດສໍາພາດໃຫ້ສັ່ນລົງ ໂດຍບໍ່ຄໍານຶງວ່າເຈົ້າຈະມີຄຸນສົມບັດອື່ນທີ່ຈໍາເປັນສໍາຫຼັບວຽກທີ່ພວກເຂົາຕ້ອງການເລີຍ ຢ່າໃສ່ເຄື່ອງນຸ່ງທີ່ຄັບເກີນໄປ ເຄື່ອງນຸ່ງທີ່ເຈົ້າໃສ່ບໍ່ຈໍາເປັນຕ້ອງໃສ່ຂອງແບຣນເນມກໍໄດ້ ແຕ່ຕ້ອງເຂົ້າກັບເກີບທີ່ເຈົ້າໃສ່ ນອກຈາກນີ້ການໃສ່ເຄື່ອງນຸ່ງທີ່ຫຼວມ ຫຼື ຄັບເກີນໄປກໍຈະເຮັດໃຫ້ເຈົ້າເສຍບຸກຄະລິກ ບໍ່ມີຄວາມເປັນມືອາຊີບ ແລະ ເບິ່ງຄືບໍ່ມີການກຽມຕົວ ໂດຍສະເພາະແມ່ນເກີບບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍໃຫ້ຫຼີກລ່ຽງການໃສ່ເກີບຜ້າໃບ ຫຼື ເກີບແຕະ ເມື່ອເລືອກຊຸດໃສ່ໄດ້ແລ້ວ ກ່ອນຈະໄປສໍາພາດໃຫ້ລອງໃສ່ທຸກຢ່າງທີ່ຢູ່ບ້ານກ່ອນ ແລ້ວນັ່ງລົງ ແລະ ລຸກຢືນຂຶ້ນເພື່ອໃຫ້ແນ່ໃຈວ່າເຮົາມີຄວາມໝັ້ນໃຈຕົນເອງແລ້ວ ຫຼືບໍ ໂດຍສະເພາະແມ່ນເກີບຖ້າເປັນຄູ່ໃໝ່ອາດຈະຕ້ອງໃສ່ຫຼາຍຄັ້ງຍ່າງໄປຍ່າງມາກ່ອນ […]
ຄວນຮູ້!!! ທັກສະທາງສັງຄົມກໍຊ່ວຍໃຫ້ເຈົ້າປະສົບຄວາມສໍາເລັດໃນການເຮັດວຽກໄດ້
ໄດ້ຖືກສ້າງຂື້ນວັນທີຄືທີ່ຮູ້ກັນດີວ່າ ມະນຸດເປັນສັດສັງຄົມທີ່ຕ້ອງຢູ່ຮ່ວມກັນເປັນກຸ່ມ ເຊັ່ນດຽວກັນກັບການເຮັດວຽກ ທີ່ເຈົ້າຈໍາເປັນຕ້ອງມີ ທັກສະທາງສັງຄົມ ເຊິ່ງເປັນທັກສະຂັ້ນພື້ນຖານທີ່ທຸກຄົນຕ້ອງມີ ແລະ ຈະເປັນຕົວຊ່ວຍໃຫ້ເຈົ້າກາຍເປັນບຸຸກຄົນທີ່ປະສົບຄວາມສໍາເລັດໃນເສັ້ນທາງຂອງອາຊີບ ໂດຍທັກສະທາງສັງຄົມຈະເກີດຂຶ້ນໄດ້ຕ້ອງມາຈາກການຮຽນຮູ້ ປະສົບການ ແລະ ການພັດທະນາທີ່ເກີດຈາກການເຝິກຝົນຕົນເອງມາເປັນໄລຍະເວລາໜຶ່ງ… ແນວໃດກໍຕາມຖ້າເຈົ້າບໍ່ມີທັກສະທາງສັງຄົມ ກໍຍ່ອມສູນເສຍໂອກາດບາງຢ່າງໄປ ດັ່ງນັ້ນ ເຮົາມາເລີ່ມເຝິກຝົນທັກສະທາງສັງຄົມໃຫ້ເປັນກິດຈະວັດປະຈໍາວັນ ເພື່ອເຮັດໃຫ້ເຈົ້າສາມາດເຮັດວຽກໄດ້ຢ່າງລາຍລື່ນ ແລະ ມີຄວາມສຸກກັບວຽກໃນແຕ່ລະມື້ ດ້ວຍ 4 ທັກສະດັ່ງຕໍ່ໄປນີ້… 1. ການເອົາໃຈໃສ່ ການສ້າງຄວາມສໍາພັນອັນດີ ແລະ ເຂົ້າໃຈໃນຄວາມຮູສຶກຂອງເພື່ອນຮ່ວມງານ ຖືເປັນທັກສະທາງສັງຄົມທີ່ສໍາຄັນໃນໂລກຍຸກປັດຈຸບັນ ຖ້າເຈົ້າສາມາດເປີດໃຈຮັບຟັງຄວາມຮູ້ສຶກຂອງບຸກຄົນທີ່ເຈົ້າຮູຈັກ ແລະ ສາມາດເຂົ້າໃຈບັນຫາເຫຼົ່ານັ້ນໄດ້ດີຂຶ້ນ ດັ່ງນັ້ນ ຟັງຄິດຢູ່ສະເໝີວ່າ ຖ້າເຂົ້າໃຈຄົນອື່ນ ຄົນອື່ນກໍຈະເຂົ້າໃຈເຈົ້າເຊັ່ນກັນ ເຊິ່ງວິທີຄິດແບບນີ້ ຈະເຮັດໃຫ້ເຈົ້າໄດ້ຜົນຮັບກັບມາໃນທິດທາງທີ່ດີຢ່າງແນ່ນອນ 2. ເປັນຜູ້ຟັງທີ່ດີ ຜູ້ຟັງທີ່ດີ ຄືຜູ້ຟັງທີ່ມີຄວາກະຕືລືລົ້ນ ເຊິ່ງໃນທີ່ນີ້ໝາຍເຖິງການມີສ່ວນຮ່ວມ ເຊັ່ນ ໃນຂະນະທີ່ນັ່ງຟັງໝູ່ຮ່ວມງານພຣີເຊັ້ນໂປຣເຈັກໃນສ່ວນທີ່ຮັບຜິດຊອບ ເຈົ້າສາມາດສ້າງທັກສະທາງສັງຄົມໃນເລື່ອງນີ້ໄດ້ດ້ວຍການສົບຕາ, ງຶກຫົວ ຫຼືໜ້າເມື່ອເຫັນດີ ອີກທັງການເປັນຜູ້ຟັງທີ່ດີຈະຕ້ອງບໍ່ຂັດຈັງວະໃຮຂະນະທີ່ຜູ້ເວົ້າກໍາລັງເວົ້າ ຖ້າເຈົ້າມີປະເດັນສົງໄສ ຄວນຈະຍົກມືຖາມເມື່ອພຣີເຊັ້ນຈົບລົງແລ້ວ ເພາະຈະເປັນການດີທີ່ຈະຊ່ວຍໃຫ້ຜູ້ເວົ້າໄດ້ມີເວລາກຽມຄໍາຕອບ ແລະ ຈະຊ່ວຍໃຫ້ເຈົ້າໄດ້ຮັບຄໍາຕອບທີ່ສົມບູນກວ່າການຍົກມືຂຶ້ນຖາມໃນລະຫວ່າງການພຣີເຊັ້ນ 3. ເບິ່ງໂລກໃນແງ່ບວກ ການກ່າວຄໍາທັກທາຍ ຫຼືຍິ້ມໃຫ້ກັບເພື່ອນຮ່ວມງານໃນທຸກໆ […]